ນາຍົກຊີ້ນໍາຫລາຍບັນຫາໃຫ້ສະມາຊິກລັດຖະບານເອົາໃຈໃສ່ປະຕິບັດໃຫ້ມີປະສິດທິຜົນ

   ກອງປະຊຸມລັດຖະບານປະຈໍາເດືອນມັງກອນ 2020 ໄດ້ຈັດຂຶ້ນໃນວັນທີ 22-23 ຜ່ານມານີ້, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເພື່ອພິຈາລະນາບັນຫາສໍາຄັນຕ່າງໆຂອງຊາດ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນໍາຫລາຍບັນຫາໃຫ້ສະມາຊິກລັດຖະບານເອົາໃຈໃສ່ປະຕິບັດໃຫ້ມີປະສິດທິຜົນຄື: ໃຫ້ກະຊວງການຕ່າງປະເທດສືບຕໍ່ຕິດຕາມຢ່າງໃກ້ຊິດ ເພື່ອກຽມພ້ອມຮັບມືຮອບດ້ານກັບບັນຫາຕ່າງໆທີ່ອາດຈະເກີດຂຶ້ນ ເພື່ອສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມມີສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນໝັ້ນຄົງ.

ໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ເພີ່ມທະວີຄວາມເປັນເຈົ້າການຕິດຕາມສະພາບປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະບັນຫາປຸ້ນຈີ້-ຊີງຊັບ, ຂີ້ລັກ-ງັດແງະ, ການຄ້າຂາຍສິ່ງຜິດກົດໝາຍ, ບັນຫາອຸປະຕິເຫດບົນທ້ອງຖະໜົນ, ອັກຄີໄພ ແລະ ອື່ນໆ, ພ້ອມທັງກຳນົດມາດຕະການແກ້ໄຂໃຫ້ເຂັ້ມງວດເດັດຂາດ ແລະ ທັນການ.

ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດສິນຄ້າພາຍໃນ ໂດຍສະເພາະແມ່ນສິນຄ້າປະເພດສະບຽງອາຫານໃຫ້ສາມາດຕອບສະໜອງພຽງພໍກັບຄວາມຮຽກຮ້ອງຕ້ອງການ, ພ້ອມທັງວາງມາດຕະການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ, ການກຳນົດລາຄາສິນຄ້າໃນທ້ອງຕະຫລາດໃຫ້ມີຄວາມເໝາະສົມ, ເດັດຂາດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໂດຍລໍາພັງ ໂດຍສະເພາະໃນຊ່ວງເທສະການຕ່າງໆ.

ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການຕິດຕາມການປ່ຽນແປງສະພາບດິນຟ້າອາກາດ, ເອົາໃຈໃສ່ຊຸກຍູ້ການສະໜອງນໍ້າເຂົ້າໃນການຜະລິດລະດູແລ້ງ, ເຝົ້າລະວັງການແຜ່ລະບາດຂອງພະຍາດສັດ ແລະ ແຈ້ງເຕືອນໃຫ້ປະຊາຊົນຮັບຊາບຢ່າງເປັນປົກກະຕິ. ໃຫ້ກະຊວງສາທາລະນະສຸກ ຕິດຕາມເຝົ້າລະວັງ ແລະ ສະກັດກັ້ນການລະບາດ ຂອງພະຍາດທາງເດີນຫາຍໃຈໄວຣັດຊະນິດໃໝ່, ພ້ອມທັງແຈ້ງເຕືອນ, ແນະນໍາໃຫ້ປະຊາຊົນຮັບຊາບ ແລະ ເຂົ້າໃຈເຖິງວິທີປ້ອງກັນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ