ຂາຍຜົວ ຍ້ອນຜົວຫຼິ້ນສາວ

ໃນເມື່ອ ນາງ Edna Mukvana ຢູ່ປະເທດ ເຄນຢາຊອກຮູ້ຊອກເຫັນວ່າຜົວຕົນເອງມີເພດສຳພັນກັບແຟນສາວຢູ່ເທິງຕຽງນອນຂອງຜົວເມຍຕົນເອງ. ເຂົາໄດ້ປ້ອຍດ່າຜົວຢ່າງສາລະພັດ ຈົນບໍ່ມີອັນພັນລະນາ, ຜົວຂອງເຂົາທົນບໍ່ໄຫວ ຈຳເປັນຕ້ອງອອກຈາກເຮືອນໄປ. ພາຍຫຼັງ 7 ວັນບໍ່ເຫັນຜົວກັບຄືນມາເຮືອນ,  ເຂົາໄດ້ເກີດມີແນວຄວາມຄິດ ຕິດຕໍ່ຫາແຟນສາວຂອງຜົວ ເພື່ອຈະຍົກຜົວຂອງຕົນໃຫ້ແກ່ກັບເຂົາ ເພື່ອແລກເອົາເງິນຈຳນວນ 2.000 ຊີນລິງ(ສະກຸນເງິນ ປະເທດ ເຄນຢາ) ຫຼື ເທົ່າກັບ 1,500,000 ກີບ ແຕ່ແຟນສາວຂອງຜົວໄດ້ຕໍ່ລົງຍັງເຫຼືອ 1.700 ຊີນລິງ ຫຼື ເທົ່າກັບ 1,200,000 ກີບ.

ເມື່ອໄດ້ຮັບເງິນຈຳນວນດັ່ງກ່າວ ນາງ Edna Mukvana ສຸດທີ່ພໍໃຈ ແລະ ນາງໄດ້ເອົາຈຳນວນເງິນດັ່ງກ່າວໄປຊື້ເຄື່ອງນຸ່ງໃຫ້ພວກລູກໆ. ເມື່ອຖືກຖາມວ່າເຈົ້າບໍ່ເສຍດາຍຜົວບໍທີ່ຖືກຂາຍດ້ວຍລາຄາຖືກເຊັ່ນນັ້ນ, ເຂົາຕອບວ່າ: ບໍ່ເສຍດາຍແມ່ນແຕ່ໜ້ອຍດຽວ. ຕົວເຂົາຍັງບໍ່ສົມລາຄານັ້ນຊໍ້າ ເພາະຜູ້ຊາຍຢ່າງເຂົາແລ່ນນຳສາວແມ່ຈ້າງ ລາຄາບໍ່ສູງປານນັ້ນດອກ ຂ້ອຍບໍ່ມີຄວາມຮູ້ສຶກມີຄວາມສຸກແມ່ນແຕ່ໜ້ອຍດຽວເມື່ອຢູ່ກັບຄົນຂີ້ເຫຼົາ ຂີ້ຢາ ແລະ ເລງແບບນັ້ນ. ຂ້ອຍບໍ່ຢາກຫຍຸ້ງກ່ຽວກັບເລື່ອງທີ່ໜ້າລັງກຽດແບບນັ້ນເລີຍ. ຂ້ອຍຢາກຮັບຕ້ອນປີໃໝ່ 2020 ດ້ວຍຈິດໃຈທີ່ສະຫງົບ ແລະ ມີຄວາມສຸກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ