ເລືອກໃຜດີ?

ເມື່ອສອງເດືອນກ່ອນໜ້ານີ້ ຜົວຂອງເຮົາໄປຍາມບ້ານຍາດພີ່ນ້ອງຢູ່ຕະຫຼອດເວລາ, ຕອນຄໍ່າເມື່ອກັບມາຈາກວຽກກໍປ່ຽນເສື້ອຜ້າປຸບປັບ ແລ້ວກໍອອກເຮືອນໄປ, ບາດກັບບ້ານກໍເດິກແລ້ວ. ຄືນທຳອິດເຮົາບໍ່ໄດ້ເວົ້າຫຍັງ ແຕ່ຄາວນີ້ໄປຕິດໆກັນເປັນ 6-7 ຄືນ, ເຮົາບໍ່ຢາກໃຫ້ເກີດເລື່ອງກໍເລີຍທຳໃຈມິດຢູ່ ບາງຄືນກໍເຜີລັບໄປ.

ຈົນມີຄືນໜຶ່ງ, ເຮົາໄດ້ໂພດລະບາຍໃນເຟສ, ແຟນເກົ່າເຫັນກໍເລີຍທັກມາລົມກັນ, ໃຫ້ເຮົາໄດ້ລະບາຍເລື່ອງຕ່າງໆນາໆ ແຕ່ບໍ່ໄດ້ຮ້ອງຂໍໃຫ້ເຮົາກັບຄືນແຕ່ຢ່າງໃດ, ເຮົາກໍລົມກັບເຂົາຈົນລັບໄປຍາມໃດບໍ່ຮູ້ເມື່ອ. ຕື່ນເຊົ້າມາຜົວກໍເອົາໂທລະສັບຂອງເຮົາມາເປີດເບິ່ງກໍເລີຍເຫັນຂໍ້ຄວາມທີ່ພວກເຮົາລົມກັນ, ຜົວຈຶ່ງໄດ້ດຶກໂທລະສັບຂອງເຮົາຖິ້ມຈົນເພພັງ ເຮົາກໍເສີຍຢູ່ ຈົນຜົວຂອງຂ້ອຍບໍ່ກ້າອອກໄປໃສ, ກັບມາແຕ່ວຽກກໍຢູ່ກັບເຮົາໝົດມື້ ແຕ່ຊໍ້າພັດເຮັດໃຫ້ເຮົາຮູ້ສຶກອຶດອັດໃຈ ແທນທີ່ເຮົາຈະດີໃຈ. ແຕ່ເລື່ອງບໍ່ໄດ້ຈົບເທົ່ານັ້ນ, ເຮົາພົບກັບຄົນໃໝ່ອີກແລ້ວ ແລະ ຖືກໃຈເຮົາທີ່ສຸດ. ເຂົາມາຈີບເຮົາກໍຮູ້ສຶກດີໃຈ. ດຽວນີ້ເຮົາກໍກຳລັງຕິດກັບເຂົາຄົນນີ້ຢູ່ຈະເຂົ້າເດືອນແລ້ວ. ເຂົາດີກັບເຮົາ ແລະ ຖືກໃຈເຮົາທຸກຢ່າງ.

ແຕ່ໃນສ່ວນເລິກໆແລ້ວ ເຮົາກໍມີສ່ວນຜິດຢູ່ ເພາະຜົວເຮົາກັບມາເປັນຄົນດີຄືແຕ່ເບື້ອງຫຼັງ, ອີກຢ່າງເຮົາກໍຍັງຮັກຜົວຫຼາຍທີ່ສຸດ,
ແຕ່ເຮົາກໍບໍ່ສາມາດທີ່ຈະປະກັບແຟນຄົນໃໝ່ໄດ້. ເຮົາຄວນຕັດສິນໃຈຈາກຜູ້ຊາຍຄົນໃໝ່ ຫຼື ຢ່າງໃດ, ມັນຍາກແສນຍາກ ແລະ ທໍລະມານເຮົາທີ່ສຸດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ