ປີຜ່ານມາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີຜົນສໍາເລັດຫຼາຍດ້ານ

ເມື່ອທ້າຍອາທິດຜ່ານມານີ້,
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ
ໄດ້ຈັດກອງປະຊຸມສະຫຼຸບ ການເຄື່ອໄຫວວຽກງານຂອງຕົນໃນປີຜ່ານມາ ແລະ
ວາງທິດທາງແຜນການຈັດຕັ້ງປະຕິບັດໃນ ປີໃໝ່, ໂດຍທ່ານ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການ
ສະຖາບັນດັ່ງກ່າວ ໃຫ້ຮູ້ວ່າ: ໃນປີ 2019 ຜ່ານມາ, ໄດ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ
ທາງດ້ານແນວຄິດການເມືອງ, ການບໍລິຫານຄຸ້ມຄອງ ແລະ ການບໍລິການ,
ວຽກງານການພັດທະນາຫຼັກສູດ ໂດຍສະເພາະສໍາເລັດການຮຽບຮຽງ ແລະ ຈັດພິມປຶ້ມແບບຮຽນ ແລະ
ຄູ່ມືຄູ ປ.1 ຕາມຫຼັກສູດສະບັບປັບປຸງໃໝ່ພາຍໃຕ້ແຜນງານບີຄວາ ເພື່ອນໍາໃຊ້ໃນສົກຮຽນ
2019-2020 ຊຶ່ງເປັນການສອນທີ່ເນັ້ນໃສ່ການປະຕິບັດຕົວຈິງ,
ຜ່ານການໄປຕິດຕາມຢູ່ບາງແຂວງເຫັນວ່າມີຄວາມເຫັນໃນທາງທີ່ດີ, ນອກນີ້,
ໄດ້ສໍາເລັດການຮຽບຮຽງ ແລະ ຈັດພິມປຶ້ມແບບຮຽນ ແລະ ຄູ່ມືຄູຄະນິດສາດ ປ.2 ໃນໂຄງການ iTEAM JICA. ພ້ອມທັງໄດ້ດໍາເນີນໂຄງການທົດລອງຕ່າງໆ ແລະ
ສໍາເລັດການຝຶກອົບຮົມຄູຝຶກກ່ຽວກັບການນໍາໃຊ້ຫຼັກສູດ ສະບັບປັບປຸງໃໝ່ດັ່ງກ່າວ, ສ່ວນວຽກງານພັດທະນາສື່ການຮຽນ-ການສອນ
ໂດຍໄດ້ອອກແບບ-ກວດແກ້, ສົ່ງຜະລິດ ແລະ ແຈກຢາຍສື່ການຮຽນ-ການສອນ ປ.1 ໃນແຜນງານບີຄວາ,
ໄດ້ສ້າງຕົ້ນສະບັບສື່ເອເລັກໂຕຣນິກ, ວິດີໂອປະກອບການຝຶກອົບຮົມຄູ, ການພັດທະນາຄູ,
ສື່ປະກອບການສອນ ປ.1, ນິທານ ແລະ ການໂຄສະນາກ່ຽວກັບການນໍາໃຊ້ຫຼັກສູດສະບັບປັບປຸງ
ລວມທັງໝົດ 6 ຕົ້ນສະບັບ ແລະ 65 ເລື່ອງ ໂດຍໄດ້ນໍາໃຊ້ໃນກອງປະຊຸມຝຶກອົບຮົມຄູ ແລະ
ເຜີຍແຜ່ທາງອິນເຕີເນັດ-ຢູທູບ, ໄດ້ກວດ ແລະ ຮັບຮອງນໍາໃຊ້ປຶ້ມທີ່ບຸກຄົນ ແລະ
ບໍລິສັດເອກະຊົນພັດທະນາຂຶ້ນ. ນອກນີ້, ໄດ້ສໍາເລັດການປະເມີນຜົນການຮຽນຂອງນັກຮຽນ ມ.4
ທົ່ວປະເທດໃນ 3 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ ແລະ ວິທະຍາສາດທໍາມະຊາດ ແລະ
ປະເມີນຜົນການຮຽນຂອງນັກຮຽນ ປ.5 ຂອງປະເທດອາຊຽນ/SEA PLM
ໃນຂອບເຂດທົ່ວປະເທດ, ສໍາເລັດການເຜີຍແຜ່ບົດລາຍງານການຄົ້ນຄວ້າ ແລະ ປະເມີນຜົນ 3 ຫົວຂໍ້
ຄື: ສຶກສາສະພາບ ແລະ ບັນຫາການສ້າງໂຮງຮຽນຕົວແບບຄຸນນະພາບສາຍສາມັນສຶກສາຂອງລັດ,
ສຶກສາປຽບທຽບຫຼັກສູດຊັ້ນປະຖົມອາຊຽນ, ການປະເມີນຜົນການຮຽນຂອງນັກຮຽນ ມ.4,
ອອກຫົວບົດສອບເສັງຈົບຊັ້ນ ມ.4 ແລະ ມ.7 ປະຈໍາສົກຮຽນ 2018-2019 ແລະ ສ້າງຂໍ້ສອບເສັງໄດ້ຈໍານວນໜຶ່ງ,
ຝຶກອົບຮົມວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາທົ່ວປະເທດ ທີ່ແຂວງຈໍາປາສັກ ແລະ
ໄດ້ສ້າງເຄືອຂ່າຍຜູ້ເຮັດວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາໃນທຸກແຂວງທົ່ວປະເທດ
ເຮັດໃຫ້ການເກັບຂ່າວວ່ອງໄວ, ທັນການ ແລະ ກວ້າງຂວາງ.

ໃນປີ 2020 ຈະສ້າງຂີດຄວາມສາມາດໃນການບໍລິຫານຄຸ້ມຄອງ ສວສ, ການເຮັດວຽກວິຊາການ ແລະ ການນໍາໃຊ້ພາສາລາວ, ປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງພະນັກງານທີ່ມີຕໍາແໜ່ງບໍລິຫານ ແລະ ພະນັກງານວິຊາການຢ່າງເປັນປົກກະຕິ, ຂຶ້ນແຜນການ, ໂຄງການ, ແຜນງົບປະມານ ແລະ ສະຫຼຸບລາຍງານ ນັບທັງການສ່ອງແສງໃຫ້ເປັນປົກກະຕິ ແລະ ທັນການ, ຕິດຕາມຊຸກຍູ້ການກໍ່ສ້າງອາຄານໃໝ່ຂອງ ສວສ ໃຫ້ສໍາເລັດ, ກະກຽມການສ້າງຫຼັກສູດ ແລະ ສື່ການຮຽນ-ການສອນສໍາລັບຊັ້ນລ້ຽງເດັກ, ສືບຕໍ່ປັບປຸງຫຼັກສູດຊັ້ນປະຖົມ, ຫຼັກສູດການເມືອງສໍາລັບຊັ້ນມັດທະຍົມສຶກສາ, ດັດແກ້ປຶ້ມແບບຮຽນ ແລະ ຄູ່ມືຄູພູມສາດ ແລະ ປະຫວັດສາດ ມ.4 ແລະ ມ.7, ກະກຽມໂຄງການການສຶກສາ ເພື່ອການຈ້າງງານຊັ້ນມັດທະຍົມ, ພ້ອທັງສືບຕໍ່ໂຄງການທົດລອງຕ່າງໆ, ພ້ອມທັງດໍາເນີນການປະເມີນຜົນການຮຽນຂອງນັກຮຽນ ປ.5 ໃນຂອບເຂດທົ່ວປະເທດ, ສ້າງຄັງຂໍ້ສອບ ແລະ ດໍາເນີນການອອກຫົວບົດສອບເສັງ ມ.4 ແລະ ມ.7 ສົກຮຽນ 2019-2020, ຄົ້ນຄວ້າແນວຄວາມຄິດປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານການສຶກສາ ແລະ ກິລາ, ສ້າງໃຫ້ ສວສ ເປັນໃຈກາງການປະສານງານດ້ານວຽກງານການຄົ້ນຄວ້າການສຶກສາ ແລະ ກິລາ ຜ່ານ ESWG5, ຄົ້ນຄວ້າຫາຊ່ອງທາງເພື່ອຮ່ວມມືກັບພາກເອກະຊົນໃນການຈໍາໜ່າຍວາລະສານ ແລະ ການເຜີຍແຜ່ຜ່ານທາງອອນລາຍ, ເລີ່ມດໍາເນີນວຽກງານກ່ຽວກັບການຝຶກອົບຮົມພາສາອັງກິດໃຫ້ພະນັກງານ-ລັດຖະກອນ ໂດຍແມ່ນສູນສົ່ງເສີມພາສາຕ່າງປະເທດເປັນຜູ້ປະສານງານຫຼັກ.

