ຕີມໍ-ເລສເຕ ຈະສືບຕໍ່ໃຫ້ການຮ່ວມມືກັບລາວຫຼາຍດ້ານ

ໃນໂອກາດທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ມາເຣຍ ນາຕາເຣຍ ກຸເຕີເຣສ ວີກັສ ຄາລາສກາລາວ (MariaNatalia Gutterres Viegas Carrascalao) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ປະຈຳລາວ, ໃນວັນທີ 23 ມັງກອນ ນີ້, ພາຍຫຼັງສຳເລັດການປະຕິບັດໜ້າທີ່ການທູດຢູ່ລາວ. ຊຶ່ງທ່ານທູດໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ລາວ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ ແລະ ຢືນຢັນວ່າ: ຈະສືບຕໍ່ໃຫ້ການຮ່ວມມືໃນທຸກດ້ານ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຕີມໍ-ເລສເຕ ແລະ ສປປ ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ໃນໂອກາດນີ້, ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ຂອງທ່ານທູດ ຊຶ່ງໄດ້ ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມທັງ, ສະແດງຄວາມ​ຂອບ​ໃຈມາຍັງລັດ​ຖະ​ບານ ແລະ ປະຊາຊົນ ຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອລາວ ໃນໄລຍະຜ່ານມາ ໂດຍສະເພາະ ຕໍ່ເຫດການໄພພິບັດທາງທຳມະຊາດຢູ່ແຂວງອັດຕະປືໃນປີ 2018 ຜ່ານມາ ແລະ ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ໃໝ່ຂອງທ່ານ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ