ອົງການກາແດງລາວ ແລະ ກາແດງສາກົນ ສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືສອງຝ່າຍ

ໃນວັນທີ 21 ມັງກອນ ນີ້, ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຈຍນີ ວໍປິນ (Mr. Gianni volpin) ຫົວໜ້າຫ້ອງການ ໂຄງການຄະນະກຳມະການກາແດງສາກົນ ປະຈຳລາວ, ໃນໂອກາດທີ່ທ່ານຈະສຳເລັດປະຕິບັດໜ້າທີ່ຢູ່ລາວ.

ທ່ານປະທານອົງການກາແດງລາວ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງການມາເຄື່ອນໄຫວປະຕິບັດຢູ່ລາວຢ່າງຫ້າວຫັນຂອງທ່ານ ເຈຍນີ ວໍປິນ ເພື່ອຊຸກຍູ້ ແລະ ສົ່ງເສີມການພົວພັນ ຮ່ວມມືກັບລາວໂດຍດີມາຕະຫຼອດມາ ເປັນຕົ້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກເຂດຫ່າງໄກສອກຫຼີກ, ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ປີ 2018 -2019 ແລະ ໂຄງການອື່ນໆ.

ທ່ານ ເຈຍນີ ວໍປິນ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ອົງການກາແດງລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ເຄື່ອນໄຫວວຽກງານຂອງຕົນໄດ້ຮັບຜົນສຳເລັດຫຼາຍດ້ານ ແລະ ຫວັງຢ່າງຍິ່ງວ່າການພົວພັນ-ຮ່ວມມືລະຫວ່າງອົງການກາແດງລາວ ແລະ ຄະນະກຳມະການກາແດງສາກົນ ຈະໄດ້ຮັບການເພີ່ມທະວີໃຫ້ຫຼາຍຂຶ້ນກວ່າເກົ່າ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ