ປີຜ່ານມາມີນັກທ່ອງທ່ຽວເຂົ້າມາລາວ 4,7 ລ້ານກວ່າເທື່ອຄົນ

ກະຊວງຖະແຫລງຂ່າວ, ວັດທະນະທໍາແລະທ່ອງທ່ຽວໃຫ້ຮູ້ວ່າ: ໃນປີ 2019 ຜ່ານມາ, ມີນັກທ່ອງທ່ຽວເຂົ້າມາປະເທດເຮົາ 4,7 ລ້ານກວ່າເທື່ອຄົນ. ໃນນີ້, ຫລາຍກວ່າແມ່ນມາຈາກປະເທດໃນອາຊຽນມີປະມານ 3,1 ລ້ານກວ່າເທື່ອຄົນ, ບັນດາປະເທດໃນເຂດອາຊີເຊັ່ນ: ສປຈີນ, ອົດສະຕາຣີ, ອິນເດຍ, ຍີປຸ່ນ, ສ.ເກົາຫລີ, ນິວຊີແລນແລະປະເທດອື່ນໆມີປະມານ 1,3 ລ້ານກວ່າເທື່ອຄົນ. ສ່ວນນັກທ່ອງທ່ຽວທີ່ມາຈາກບັນດາປະເທດໃນທະວີບເອີຣົບ, ອາເມລິກາ, ອາຟຣິກາແລະພາກພື້ນອື່ນໆມີປະມານ 3 ແສນກວ່າເທື່ອຄົນ.

ກະຊວງດັ່ງກ່າວໃຫ້ຮູ້ວ່າ: ແຂວງທີ່ມີນັກທ່ອງທ່ຽວໄປຢ້ຽມຢາມຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ, ຫລວງພະບາງ, ແຂວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາທ້ອງຖິ່ນ, ສ້າງລາຍຮັບໃຫ້ປະຊາຊົນຈາກການສະໜອງຜົນຜະລິດກະສິກໍາ, ສີນຄ້າຫັດຖະກໍາທີ່ເປັນເອກະລັກປະຈໍາທ້ອງຖິ່ນ, ຜູ້ປະກອບການທ່ອງທ່ຽວກໍຄືໄດ້ປະກອບສ່ວນໃຫ້ເສດຖະກິດຂອງຊາດມີການຂະຫຍາຍຕົວເຂັ້ມແຂງ. 

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ