ຄ້າຍຄຸມຂັງຢູ່ ນະຄອນຫລວງວຽງຈັນ ພົບບັນຫາແອອັດ ມີຜູ້ເສຍຊີວິດ 21 ຄົນ

ໃນກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນ ນະຄອນຫລວງວຽງຈັນ, ໃນວັນທີ 22
ມັງກອນນີ້, ທ່ານ ພົນຈັດຕະວາ ບຸບຜາ ສີພົມມາຫົວຣໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ
ໄດ້ຂຶ້ນຊີ້ແຈງກ່ຽວກັບວຽກງານຕົນ, ພາຍຫລັງສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ, ໄດ້ຊັກ
ຖາມກ່ຽວກັບສະພາບຄ້າຍຂຸມຂັງ-ດັດສ້າງນັ້ນເນື່ອງຈາກວ່າ: ປັດຈຸບັນ ຢູ່ ນະຄອນຫລວງວຽງຈັນ
ແຕ່ມີຄ້າຍຄຸມຂັງ-ດັດສ້າງ ແລະ ຄ້າຍຄຸມຂັງຊົ່ວຄາວພຽງ 11 ແຫ່ງ, ມີຜູ້ຖືກຫາ, ນັກໂທດ
ແລະ ຜູ້ຝາກດັດສ້າງຫລາຍກ່ວາ 4 ພັນຄົນ, ໃນນັ້ນມີນັກໂທດ 1.800 ກ່ວາຄົນ,
ສະເລ່ຍຄວາມແອອັດ 1 ຕາແມັດ/3 ຄົນ, ເຫັນວ່າຄັບແຄບຫລຸດໂຕນມາດຕະຖານຮອງຮັບ ແລະ
ຍ້ອນຄວາມແອອັດຄັບແຄບດັ່ງກ່າວໄດ້ເຮັດໃຫ້ນັກໂທດ, ຜູ້ຖືກຫາເຈັບເປັນ ແລະ ເສຍຊີວິດໄປແລ້ວ
21 ຄົນ, ສ່ວນຫລາຍເປັນພະຍາດວັນນະໂລກ, ໄຂ່ບວມ, ເປ້ຍລ່ອຍ ແລະ ອື່ນໆ. ຂະນະດຽວກັນ,
ຜ່ານມາຍັງພົບມີນັກໂທດທີ່ໂຕນອອກຈາກຄ້າຍຄຸມຂັງເກີດຂຶ້ນ, ຍ້ອນບາງຄ້າຍຄຸມຂັງບໍ່ໄດ້ມາດຕະຖານ
ແລະ ເຈົ້າໜ້າທີ່ບໍ່ເອົາໃຈໃສ່ຕໍ່ການປ້ອງກັນເວນຍາມ, ຕໍ່ກັບບັນຫານີ້, ໃນຜ່ານມາ, ທາງກອງບັນຊາການ
ກໍໄດ້ມີການປະຕິບັດວິໄນ ເຈົ້າໜ້າທີ່ດັ່ງກ່າວມາແລ້ວ.

ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ອີກວ່າ: ປັດຈຸບັນ, ຈຳນວນນັກໂທດ ແລະ ຜູ້ຕ້ອງຫາໄດ້ເພີ່ມຂຶ້ນຫລາຍ, ຍ້ອນສະພາບປະກົດການຫຍໍ້ທໍ້ໃນສັງຄົມເພີ່ມຂຶ້ນຄື: ປີຜ່ານມາ ຢູ່ ນະຄອນຫລວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນກ່ວາ 2 ພັນກໍລະນີ, ມີຜູ້ຕ້ອງຫາຫລາຍກ່ວາ 1 ພັນຄົນ, ສ່ວນໃຫຍ່ແມ່ນຄະດີຢາເສບຕິດ, ລັກຊັບ, ປຸ້ນຈີ້-ຊີງຊັບ ແລະ ອື່ນໆ.

