ນະຄອນຫລວງວຽງຈັນ ຈະເຂັ້ມງວດລົງວິໄນພະນັກງານປະຕິບັດຄຳຕັດສິນຂອງສານ ທີ່ຂາດຄວາມຮັບຜິດຊອບ

    ຫົວໜ້າພະແນກ ຍຸຕິທຳ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ມີພະນັກງານປະຕິບັດຄຳຕັດສິນຂອງສານຈຳນວນໜຶ່ງຂາດຄວາມຮັບຜິດຊອບໃນການ ປະຕິບັດວຽກງານ ພ້ອມນັ້ນກໍຍັງພົບການທຸດຈະລິດ ແລະ ອື່ນໆ ເຮັດໃຫ້ເກີດມີຫາງສຽງທີ່ບໍ່ດີຕໍ່ສັງຄົມ ແລະ ທ່ວງດຶງການຈັດຕັ້ງປະຕິບັດວຽກງານໃນຂະບວນຍຸຕິທຳ, ດັ່ງນັ້ນ, ໃນຕໍ່ໜ້ານີ້ຈະໄດ້ມາດຕະການເຂັ້ມງວດ ຕໍ່ພະນັກງານທີ່ມີພຶດຕິກຳດັ່ງກ່າວ.

    ທ່ານ ບຸນເພັງ ສີນະວົງພອນ, ຫົວໜ້າພະແນກຍຸຕິທຳ ນະຄອນຫລວງວຽງຈັນ ໃຫ້ຮູ້ອີກວ່າ: ການປະຕິບັດຄຳຕັດສິນຂອງສານ ເປັນວຽກທີ່ມີຄວາມຫຍຸ້ງຍາກແກ່ຍາວ ຊຶ່ງສະແດງໃຫ້ເຫັນໃນຜ່ານມາບໍ່ມີອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານເມືອງ, ແຂວງໃດສາມາດປະຕິບັດຄຳຕັດສິນຂອງສານ ໄດ້ສຳເລັດເກີນ 30% ຄື: ໃນແຕ່ລະປີຄະດີຄ້າງມາໃນແຕ່ລະປີ ມີຄະດີຄ້າງມາເປັນຈຳນວນບໍ່ໜ້ອຍ ແລະ ອີກສາເຫດໜຶ່ງແມ່ນເນື່ອງມາຈາກພະນັກງານຜູ້ເຮັດວຽກມີໜ້ອຍ, ຖ້າທຽບໃສ່ຈຳນວນຄະດີທີ່ມີຢູ່ໃນປັດຈຸບັນ, ໂດຍສະເລ່ຍແລ້ວ, ຜູ້ໜຶ່ງມີຄວາມຮັບຜິດຊອບສະເລ່ຍ 200 ກ່ວາເລື່ອງ ແລະ ສ່ວນໜຶ່ງມີທັດສະນະຫລັກໝັ້ນການເມືອງ, ບໍ່ໜັກແໜ້ນ, ຄວາມຮູ້, ຄວາມສາມາດຍັງຈຳກັດ, ແລ່ນນຳແຕ່ຜົນປະໂຫຍດ, ບໍ່ທຸ້ມເທສະຕິປັນຍາ ແລະ ຄວາມສາມາດ ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ, ຂາດການຄົ້ນຄ້ວາ, ຫົວຄິດປະດິດສ້າງມີ ເຮັດວຽກແບບຄອງເດີມ, ເຫັນຄວາມຫຍຸ້ງຍາກແລ້ວທໍ້ຖອຍ, ຮຽກຮ້ອງແຕ່ສິ່ງຕອບແທນ, ຄວາມເສຍສະຫລະມີໜ້ອຍ. ເປັນເຫດໃຫ້ມີຫາງສຽງຈົ່ມວ່າຈາກສັງຄົມຂາດຄວາມເຊື່ອໝັ້ນຂອງປະຊາຊົນ.

    ປັດຈຸບັນ, ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ນະຄອນຫລວງວຽງຈັນ ມີພະນັກງານ 30 ຄົນ, ໃນນັ້ນມີພະນັກງານທີ່ຮັບຜິດຊອບປະຕິບັດຄຳຕັດສິນ 24 ຄົນ, ຊຶ່ງນັບແຕ່ປີ 2018 ຜ່ານມາ, ຢູ່ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ນະຄອນຫລວງວຽງຈັນ ມີຄະດີ ທັງໝົດ 8 ພັນກ່ວາເລື່ອງ, ໃນນັ້ນ ຄະດີແພ່ງຫລາຍກ່ວາ 1.500 ເລື່ອງ, ມາຮອດເດືອນຕຸລາ 2019 ຜ່ານມາສາມາດຈັດຕັ້ງປະຕິບັດສຳເລັດພຽງ 113 ເລື່ອງ ເທົ່າກັບ 9,97%.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ