ຈີນຢືນຢັນເຊື້ອໂຄໂຣນາໄວຣັສສາຍພັນໃໝ່ຕິດຕໍ່ຈາກຄົນສູ່ຄົນ

ຈີນຢືນຢັນວ່າ: ເຊື້ອໂຄໂຣນາໄວຣັສສາຍພັນໃໝ່ມີການຕິດຕໍ່ຈາກຄົນສູ່ຄົນ, ຂະນະທີ່ຈຳນວນຜູ້ເສຍຊີວິດເພີ່ມເປັນ 4 ຄົນແລ້ວ, ສ່ວນອົງການອະນາໄມໂລກກຽມປະຊຸມດ່ວນມື້ນີ້.
ຜູ້ຊ່ຽວຊານທາງການແພດຂອງຈີນຢືນຢັນວ່າ: ເຊື້ອໂຄໂຣນາໄວຣັສສາຍພັນໃໝ່ທີ່ເຮັດໃຫ້ເກີດພະຍາດປອດອັກເສບສາມາດຕິດຕໍ່ຈາກຄົນສູ່ຄົນໄດ້, ແຕ່ລະບຸວ່າ: ຈະບໍ່ເກີດການແຜ່ລະບາດຢ່າງຮຸນແຮງຄືກັບພະຍາດລະບົບທາງເດີນຫາຍໃຈກະທັນຫັນຮ້າຍແຮງ ຫລື ຊາຣ໌ສ ທີ່ເຄີຍເກີດຂຶ້ນໃນປີ 2002-2003 ເຊິ່ງຂ້າຊີວິດຊາວຈີນ ແລະ ຮົງກົງເກືອບ 800 ຄົນ. ຂະນະທີ່ ຈຳນວນຜູ້ເສຍຊີວິດຈາກພະຍາດປອດອັກເສບຫລ້າສຸດເພີ່ມເປັນ 4 ຄົນແລ້ວ ແລະ ມີຜູ້ຕິດເຊື້ອທັງໝົດ 218 ຄົນ.
ຂະນະດຽວກັນ ຫລາຍປະເທດກໍມີມາດຕະການປ້ອງກັນການແຜ່ລະບາດ, ຫລ້າສຸດອົດສະຕຣາລີຈະມີການກວດຄັດກອງຜູ້ໂດຍສານທີ່ເດີນທາງມາຈາກຈີນ ຫລັງຈາກກ່ອນໜ້ານີ້ມີການກວດພົບຜູ້ຕິດເຊື້ອຢູ່ໄທ, ຍີ່ປຸ່ນ ແລະ ສ.ເກົາຫລີ ເຊິ່ງທັງໝົດເປັນຜູ້ທີ່ເດີນທາງມາຈາກເມືອງອູ່ຮັນ.
ສ່ວນອົງການອະນາໄມໂລກກຽມປະຊຸມດ່ວນໃນມື້ນີ້ ຢູ່ນະຄອນເຈນີວາ ເພື່ອຫາລືກ່ຽວກັບການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ຈະມີການພິຈາລະນາວ່າຈະມີການປະກາດສະພາບສຸກເສີນສາທາລະນະສຸກໂລກ ຫລື ບໍ່. ຂະນະທີ່ ມີຂໍ້ມູນລະບຸວ່າ: ໃນອາທິດໜ້າຈະມີຖ້ຽວບິນອອກເດີນທາງຈາກເມືອງອູ່ຮັນ 2.131 ຖ້ຽວໄປເມືອງຕ່າງໆຂອງຈີນ ແລະ ຈະມີຖ້ຽວບິນລະຫວ່າງປະເທດອີກ 205 ຖ້ຽວ.

