ຊີວິດຄູ່ບໍ່ປະສົບຜົນສຳເລັດ ເຮັດຫຍັງຮ່ວມກັນ ກໍບໍ່ຈະເລີນ

ລູກເມືອງພວນ

ກຳຈາກ:  ອາດກຳລັງຄົບກັບຄົນທີ່ບໍ່ແມ່ນເນື້ອຄູ່ ອາດເປັນຄູ່ກຳ ທີ່ຕ້ອງມາຊົດໃຊ້ກຳຮ່ວມກັນໃນຊາດນີ້ ຫຼື ອາດເຄີຍທຳບາບເລັກໆນ້ອຍໆຮ່ວມກັນແຕ່ຊາດກ່ອນ.

ແກ້ກຳ: ຊວນກັນເຮັດບຸນຮ່ວມກັນ ດ້ວຍຈິດໃຈອັນບໍລິສຸດ ຕັ້ງໝັ້ນໃນຄຳອາຖິຖານ ຂໍໃຫ້ຊີວິດຄູ່ເປັນໄປຢ່າງລາບລື້ນ.

ອີກຂໍ້ໜຶ່ງທີ່ຍາກຈະເຮັດໄດ້  ເຖິງແມ່ນວ່າຈະເປັນຄວາມຮັກໃນຮູບແບບໃດກໍຕາມ ຂໍໃຫ້ຮັກຢ່າງມີສະຕິ ຫາກຄິດວ່າຄົນນີ້ບໍ່ແມ່ນເນື້ອຄູ່ ກໍຕ້ອງຕັດເຂົາອອກຈາກໃຈໃຫ້ໄດ້ ຢ່າທົນກັບສິ່ງທີ່ມັນບໍ່ແມ່ນ ຫຼື ຫາກຄິດວ່າ  ເລື່ອງທັງໝົດ ແມ່ນມີຕົ້ນເຫດມາຈາກ ຕົນເອງທີ່ເຮັດບໍ່ຖືກ ບໍ່ຄວນ ກໍຄວນໃຊ້ສະຕິຄິດຫາທາງແກ້ໄຂ ບາບກຳເປັນພຽງສ່ວນໜຶ່ງທີ່ສຳຄັນ ຄືຊີວິດໃນປັດຈຸບັນ ທີ່ທຸກຢ່າງເກີດຂຶ້ນຈາກການກະທຳຂອງເຮົາເອງ ເພາະສະນັ້ນ ຈົ່ງເກັບ ເອົາສະຕິ ໄວ້ກັບຕົວເອງໃຫ້ຫຼາຍໆ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ