ອິນໂດເນເຊຍເພີ່ມການປ້ອງກັນຊາຍແດນຢ້ານ IS ແຊກຊຶມ

ຈາກາຕາ 1 ມິຖຸນາ: ທະຫານ ແລະ ຕຳຫລວດອິນໂດເນເຊຍເພີ່ມມາດຕະການປ້ອງກັນຊາຍແດນບໍ່ໃຫ້ກຸ່ມລັດອິສລາມ (IS) ຈາກຊີຣີ ແລະ ອີຣັກແຊກຊຶມເຂົ້າປະເທດ, ພາຍຫລັງມີຂ່າວວ່າ IS ພະຍາຍາມຍຶດເມືອງທາງຕອນໃຕ້ຂອງຟີລິບປິນ.
+ ທະຫານຟີລິບປິນປະທະກຸ່ມຕິດອາວຸດຢູ່ມາຣາລີ ເສຍຊີວິດເກືອບ 20 ຄົນ
+ ກຸ່ມກໍ່ການຮ້າຍຂ້າຕັດຫົວຫົວໜ້າຕຳຫລວດ ຢູ່ເມືອງທາງພາກໃຕ້ຂອງຟີລິບປິນ
ສື່ອິນໂດເນເຊຍລາຍງານວ່າ: ໂຄສົກກອງທັບບົກກ່າວຢູ່ສູນສື່ມວນຊົນໃນວັນທີ 31 ພຶດສະພາແລ້ວນີ້ວ່າ: ກອງທັບເຝົ້າລະວັງການເຄື່ອນໄຫວຕ່າງໆທີ່ຈະເອື້ອອຳນວຍໃຫ້ກຸ່ມກໍ່ການຮ້າຍເຂົ້າມາໃນປະເທດຢູ່ສະເໝີ ແລະ ໄດ້ເພີ່ມມາດຕະການປ້ອງກັນຊາຍແດນໃນເມືອງອຳບົນ, ບັນດາເກາະຕ່າງໆ, ເມືອງໂມລຸກກະ ແລະ ແຂວງສຸລາເວສີເໜືອ ຕາມຜູ້ບັງຄັບການກອງກຳລັງໃນເມືອງອຳບົນແຈ້ງເຕືອນທັນທີທີ່ເກີດເຫດກຸ່ມຕິດອາວຸດບຸກຍຶດເມືອງມາຣາວີ ຢູ່ເກາະມິນດາເນົາທາງຕອນໃຕ້ຂອງຟີລິບປິນໃນອາທິດກ່ອນ. ອີກທັງຍັງເຕືອນວ່າກຸ່ມ IS ອາດແຊກຊຶມເຂົ້າອິນໂດເນເຊຍຜ່ານເກາະເມືອງໂມລຸກກະ ແລະ ແຂວງສຸລາເວສີເໜືອ.
ຕຳຫລວດແຂວງສຸລາເວສີເໜືອເປີດເຜີຍວ່າ: ໄດ້ເລີ່ມປະຕິບັດການພິເສດນັບແຕ່ວັນທີ 29 ພຶດສະພາແລ້ວນີ້, ລາດຕະເວນຄວາມປອດໄພນ່ານນ້ຳລະຫວ່າງອິນໂດເນເຊຍ ແລະ ຟີລິບປິນ, ກວດກາເຮືອນຊານ ແລະ ເຂດປະມົງ, ຫາຂ່າວ ແລະ ເຝົ້າຕິດຕາມການເຄື່ອນໄຫວຂອງກຸ່ມຕ່າງໆ ກຳນົດດຳເນີນງານ 90 ວັນ. ຖ້າສະຖານະການກັບເປັນປົກກະຕິຈະສົ່ງກຳລັງກັບ, ແຕ່ຖ້າສະຖານະການຮ້າຍແຮງຈະເພີ່ມກຳລັງພົນອີກ.

