ນາຍົກຫວຽດນາມຢ້ຽມຢາມອາເມລິກາ ເຈລະຈາການຮ່ວມມືດ້ານການຄ້າ
ວໍຊິງຕັນ 1 ມິຖຸນາ: ປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ໃຫ້ການຕ້ອນຮັບນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຂອງຫວຽດນາມ, ພາຍຫລັງເດີນທາງເຖິງທຳນຽບຂາວໃນວັນທີ 31 ພຶດສະພາແລ້ວນີ້ ໂດຍທັງສອງມີການຫາລືໃນບັນຫາສຳຄັນເລື່ອງອາເມລິກາມີດຸນການຄ້າຂາດດຸນກັບຫວຽດນາມ.
ໃນໄລຍະການຫາລື, ປະທານາທິບໍດີ ທຣຳ ເປັນຝ່າຍຍົກເອົາບັນຫາເລື່ອງຄວາມບໍ່ສົມດູນທາງການຄ້າລະຫວ່າງ 2 ປະເທດຂຶ້ນມາເຈລະຈາທັນທີ ໂດຍລະບຸວ່າ: ອາເມລິກາຂາດດຸນທາງການຄ້າກັບຫວຽດນາມເປັນຈຳນວນຫລາຍ, ທ່ານຈຶ່ງຫວັງຈະເຫັນການຄ້າລະຫວ່າງ 2 ປະເທດມີຄວາມສົມດຸນຫລາຍຂຶ້ນໃນອະນາຄົດ. ເຖິງຢ່າງໃດກໍດີ, ການສັ່ງຊື້ສິນຄ້າ ແລະ ບໍລິການຂອງຫວຽດນາມເປັນມູນຄ່າຫລາຍພັນລ້ານໂດລາ ຈະຊ່ວຍສ້າງວຽກໃຫ້ຊາວອາເມລິກາໄດ້. ຜູ້ນຳທັງສອງລະບຸວ່າ: ໄດ້ມີການລົງນາມໃນຂໍ້ຕົກລົງດ້ານທຸລະກິດລະຫວ່າງກັນມູນຄ່າຫລາຍພັນລ້ານໂດລາສະຫະລັດ, ແຕ່ບໍ່ມີການເປີດເຜີຍລາຍລະອຽດກ່ຽວກັບຂໍ້ຕົກລົງດັ່ງກ່າວ.
ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ກ່າວວ່າ: ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາຕ້ອງຜະເຊີນກັບອຸປະສັກຢ່າງໜັກມາກ່ອນ, ແຕ່ປັດຈຸບັນນີ້ທັງ 2 ປະເທດພັດກາຍເປັນຄູ່ເຈລະຈາທີ່ດີຕໍ່ກັນແລ້ວ, ທ່ານຮູ້ສຶກປະທັບໃຈໃນຄວາມມີອັດທະຍາໄສທີ່ດີ ແລະ ການເປັນຄົນເປີດເຜີຍຂອງປະທານາທິບໍດີ ທຣຳ ແລະ ໝັ້ນໃຈວ່າ: ການຮ່ວມມືໃນລະດັບທະວີພາຄີຈະເດີນໜ້າພັດທະນາຍິ່ງຂຶ້ນ.
ຖະແຫລງການຮ່ວມຂອງຜູ້ນຳທັງ 2 ປະເທດລະບຸວ່າ: ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໃຫ້ຄວາມສົນໃຈຈະສັ່ງຊື້ອາວຸດ ລວມທັງເລື່ອງກວດກາແຄມຝັ່ງຈາກອາເມລິກາ. ນອກຈາກນີ້ ທັງສອງທ່ານຍັງວາງແຜນຈະຂະຫຍາຍການຮ່ວມມືລະຫວ່າງກອງທັບເຮືອ ແລະ ສົ່ງກຳປັ່ນບັນທຸກເຮືອບິນອາເມລິກາໄປຈອດແວ່ທຽບທ່າກຳປັ່ນຫວຽດນາມນຳອີກ.

