ອະນາໄມໂລກເຕືອນໂຮງໝໍທົ່ວໂລກໄວຣັສປອດອັກເສບອູ່ຮັນອາດລະບາດໄດ້

ອົງການອະນາໄມໂລກເຕືອນໂຮງໝໍທົ່ວໂລກວ່າ: ໂຄໂຣນາໄວຣັສຊະນິດໃໝ່ທີ່ລະບາດຢູ່ເມືອງອູ່ຮັນຂອງຈີນ ມາຮອດປັດຈຸບັນຕິດຕໍ່ຈາກຄົນສູ່ຄົນໄດ້ຢ່າງຈຳກັດ, ແຕ່ມີໂອກາດຈະແຜ່ລະບາດໃນວົງກວ້າງ.
ທ່ານ ດຣ. ມາເຣຍ ຟານ ແຄຣໂຄບ ຮັກສາການຫົວໜ້າໜ່ວຍງານພະຍາດຕິດຕໍ່ເກີດໃໝ່ ຂອງອົງການອະນາໄມໂລກ ຖະແຫລງຂ່າວຢູ່ນະຄອນເຈນີວາ ໃນວັນທີ 14 ມັງກອນວ່າ: ອົງການອະນາໄມໂລກໄດ້ໃຫ້ແນວທາງແກ່ໂຮງໝໍທົ່ວໂລກ ເລື່ອງວິທີການຄວບຄຸມການຕິດເຊື້ອໄວຣັສດັ່ງກ່າວໃນກໍລະນີເກີດການແຜ່ລະບາດ ລວມທັງກໍລະນີເກີດການແຜ່ລະບາດຮ້າຍແຮງຢູ່ສຸກສາລານຳອີກ, ອົງການອະນາໄມໂລກກຳລັງຕິດຕາມເລື່ອງນີ້ຢູ່ ແລະ ຈຳເປັນຕ້ອງກຽມພ້ອມ.
ໄທພົບຜູ້ຍິງຈີນຄົນໜຶ່ງຕິດເຊື້ອໄວຣັສປອດອັກເສບມາຈາກເມືອງອູ່ຮັນ ທາງຕອນກາງຂອງຈີນ ເປັນການພົບຜູ້ຕິດເຊື້ອນອກຈີນຄົນທຳອິດ, ສ່ວນຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວ 41 ຄົນ ມາຮອດປັດຈຸບັນລ້ວນແຕ່ຢູ່ໃນເມືອງອູ່ຮັນ ສ່ວນຫລາຍເປັນພໍ່ຄ້າ ຫລື ລູກຄ້າຂອງຕະຫລາດອາຫານທະເລແຫ່ງໜຶ່ງ ທີ່ສັນນິຖານວ່າເປັນຕົ້ນຕໍການລະບາດ.

