ຮອງນາຍົກລັດຖະມົນຕີ ບຸນ​ທອງ ຈິດ​ມະນີ ​ ຊຸກຍູ້ການກໍ່ສ້າງທາງລົດໄຟ ຢູ່ແຂວງ ວຽງຈັນ

          ​ ໃນວັນທີ 15 ມັງກອນນີ້, ທ່ານ ບຸນ​ທອງ ຈິດ​ມະນີ​ ຮອງ​ນາຍົກ​ລັດຖະມົນຕີ, ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ, ປະທານ​ອົງການ​ກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະ ຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການກໍ່ສ້າງໂຄງການທາງລົດໄຟ ລາວ-ຈີນ ຢູ່  ແຂວງວຽງຈັນ.

ໃນໂອກາດນີ້ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ, ຕິດຕາມ, ກວດກາ ແລະ ຊຸກຍູ້ ການໄກ່ເກຍສິ່ງກີດຂວາງ, ການເບີກຈ່າຍຄ່າຊົດເຊີຍຜົນກະທົບຕໍ່ພໍ່ແມ່ປະຊາຊົນ ແລະ ກວດກາການກໍ່ສ້າງຕົວຈິງ ຂອງໂຄງການດັ່ງກ່າວ ຢູ່ບ້ານຫ້ວຍເລີດ, ບ້ານໂພນທອງ ເມືອງຫີນເຫີບ ສະຖານີ ວັງວຽງ ບ້ານປາກເປາະ, ສົມສະຫວາດ ເມືອງວັງວຽງ ແລະ ສະຖານີກາສີ ເມືອງກາສີແຂວງວຽງຈັນ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ພໍ່ແມ່ປະຊາຊົນຢູ່ແຕ່ລະຈຸດ ທີ່ໄດ້ເອົາໃຈໃສ່ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງໄດ້ດໍາເນີນໄປຢ່າງຄ່ອງແຄ້ວ; ພ້ອມນີ້້ກໍ່ໄດ້ເນັ້ນໃຫ້ຄະນະຮັບຜິດຊອບໄກ່ເກ່ຍສິ່ງກີດຂວາງໃຫ້ຮີບຮ້ອນແກ້ໄຂຈຸດທີ່ຍັງຄ້າງຄາໃຫ້ສໍາເລັດໂດຍໄວ ເປັນຕົ້ນການບຸກເບີກພື້ນທີ່ເພື່ອຍົກຍ້າຍປ່າຊ້າ ແລະ ໄກ່ເກ່ຍພື້ນທີ່ເພື່ອສ້າງທາງ 13 ເໜືອໃໝ່ ຢູ່ບ້ານຫ້ວຍອີ່ເລີດ ເມືອງວັງວຽງ ແລະ ບ່ອນອື່ນໆອີກ ໃຫ້ການດໍາເນີນການກໍ່ສ້າງໄດ້ດໍາເນີນໄປຢ່າງຕໍ່ເນື່ອງ ແລະ ສາມາດສໍາເລັດຕາມເວລາທີ່ກໍານົດໄວ້.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນຊ່ວງຜ່ານແຂວງວຽງຈັນມີຄວາມຍາວທັງໝົດ 145,69 ກິໂລແມັດ, ສາມາດໄກ່ເກຍ ແລະ ມອບພື້ນທີ່ໃຫ້ໂຄງການແລ້ວ 145,06 ກິໂລແມັດ ເທົ່າກັບ 99,58% ສ່ວນຮ້ອຍ .ທາງລົດໄຟຜ່ານແຂວງວຽງຈັນ: ທາງລົດໄຟແລ່ນຜ່ານແຂວງວຽງຈັນມີຄວາມຍາວທັງໝົດ, ຜ່ານ 4 ເມືອງ, 60 ບ້ານຄື: ເມືອງກາສີ 9 ບ້ານ, ເມືອງວັງວຽງ 16 ບ້ານ, ເມືອງຫີນເຫີບ11ບ້ານແລະເມືອງໂພນໂຮງ 24 ບ້ານ, ມີຄອບຄົບທີໄດ້ຮັບຜົນກະທົບ1,589ຄ/ຄລວມມູນຄ່າຊົດເຊີຍທັງໝົດ 290 ກວ່າຕື້ກີບ (ຍັງບໍ່ໄດ້ລວມເຖິງຜົນກະທົບທາງເຂົ້າສະຖານນີ 3 ແຫ່ງ, ຜົນກະທົບຈາກການຍົກຍ້າຍແລວທາງຕ່າງໆທີ່ທາງລົດໄຟຕັດຜ່ານທີ່ຈະໄດ້ກໍ່ສ້າງຄືນ,ຜົນກະທົບຈາກການຍົກຍ້າຍໄຟຟ້າແຮງສູງ. ຄາດວ່າມູນຄ່າການຊົດເຊີຍຈະເພີ່ນຂື້ນອີກ) ການຊົດເຊີຍມາຮອດບັດຈຸບັນໄດ້ຮັບງົບປະມານທັງໝົດ7 ງວດມູນຄ່າ 204 ກວ່າຕື້ກີບ, ໃນນັ້ນຈ່າຍໃຫ້ຄອບຄົວຜູ້ຖືກຜົນກະທົບ ແລ້ວ965 ຄອບຄົວ. ເຊິ່ງຍັງຈະສືບຕໍ່ລົງຢັ້ງຢືນຂໍ້ມູນຜົນກະທົບນໍາປະຊາຊົນ ເພື່ອສືບຕໍ່ແກ້ໄຂ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ