ເມຍພາຊູ້ເຂົ້າຫ້ອງອຶບກັນ 4 ຊົ່ວໂມງ

ລູກເມືອງພວນ

ຫນຸ່ມເຜີຍເລື່ອງລາວສຸດຊຶ້ງ ເມື່ອຈັບໄດ້ຄາຫນັງຄາເຂົາວ່າ ພັນລະຍາມີຊູ້ ຫລັງຈາກດັກສຸ່ມຢູເຮືອນພັກແຫ່ງໜຶ່ງ ເຫັນພັນລະຍາພາຊາຍຊູ້ເຂົ້າໄປໃນຫ້ອງດົນ 4 ຊົ່ວໂມງເພື່ອອຶບກັນຈົນສົມໃຈ. ຫລັງຈາກເເລ້ວກິດຈະກຳ, ຂ້ອຍກໍເຂົ້າໄປເວົ້າ ໂດຍບໍ່ມີການທຳຮ້າຍຮ່າງກາຍຫລືໂມໂຫໂທໂສແຕ່ຢ່າງໃດໃດ, ໂດຍ ຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Ten Top ໄດ້ເຜີຍວ່າ  “ ໃຫ້ໂອກາດມາຫລາຍເທື່ອແລ້ວ ແຕ່ຍັງບໍ່ພາກັນຢຸດເຊົາ “. ອົດບໍ່ລົນທົນບໍ່ໄດ້, ມື້ນີ້ຈຶ່ງໄດ້ມາ ແອບຜົກເບິ່ງຢູ່ເຮືອນພັກແຫ່ງໜຶ່ງ ທີ່ຂ້ອຍຕິດຕາມເຂົາມາ ກໍເລີຍຈັບໄດ້ຄາຫນັງຄາເຂົາ. ພວກເຂົາຮັກກັນໄດ້ 7 ເດືອນແລ້ວ ແລະ ບໍ່ຮູ້ວ່າຈັກເທື່ອຈັກທີທີ່ເມຍຂ້ອຍໃຫ້ເຂົານອນນຳແບບນີ້.

ພວກທ່ານວ່າແນວໃດ? ເມື່ອເປັນເຊັ່ນນີ້ເຮັດແນວໃດດີ, ມີສອງທາງເລືອກ. 1 ຢ່າຮ້າງ, 2 ອະໄພໃຫ້ເມຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ