ເປີດນໍາໃຊ້ເສັ້ນທາງ 4B ຈາກເມືອງຫົງສາ-ຊຽງແມນ

        ໂຄງການກໍ່ສ້າງເສັ້ນທາງ (4B) ຈາກເມືອງຫົງສາ ແຂວງໄຊຍະບູລີ ຫາ ບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ, ໂດຍມີຄວາມຍາວທັງໝົດ 114 ກິໂລແມັດໄດ້ສຳເລັດ 100% ລວມມູນຄ່າການ​ກໍ່ສ້າງທັງໝົດ 60 ລ້ານໂດລາສະະຫັດ ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 14 ມັງກອນນີ້. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ບຸນຈັນ ສິນທະວົງ ລັດຖະມົນກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງເຂົ້າຮ່ວມ.

        ໂຄງການກໍ່ສ້າງເສັ້ນທາງ 4B ເປັນເສັ້ນທາງຫຼວງແຫ່ງຊາດມີຄວາມຍາວ 114 ກິໂລແມັດ, ຊຶ່ງໄດ້ຮັບທຶນກູ້ຢືມຈາກອົງການ NEDA ປະເທດໄທມູນຄ່າສັນຍາປະມານ 60 ລ້ານໂດລາສະຫະລັດ. ໃນນັ້ນ 20% ແມ່ນທຶນຊ່ວຍເຫຼືອລ້າ. ໂດຍແມ່ນ ບໍລິສັດ ຊໍທະວີ ຄອນສະຕຣັກຊັນ ຈໍາກັດ ​ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງໄດ້ລົງນາມເຊັນສັນຍາໃນວັນທີ 14 ສິງຫາ 2015 ຜ່ານ​ມາ ທີ່ນະຄອນຫຼວງພະບາງ ​ໂດຍ​ໃຊ້ໄລະຍະເວລາການກໍ່ສ້າງ 42 ເດືອນ. ລ້າຊ້າໄປເກີນກໍານົດ 12 ເດືອນກວ່າ ຍ້ອນ​ການ​ຍົກຍ້າຍ​ສິ່ງ​ກີດຂວາງ ​ແລະ ການ​ນຳ​ເຂົ້າອຸປະກອນ​ການ​ກໍ່ສ້າງ​ຕ່າງໆ.

     ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນໄດ້ຮັບການສະຫນັບສະຫນູນດ້ານການເງີນຈາກລັດຖະບານແຫ່ງ ຣາດຊະອານາຈັກໄທກໍຄືສໍານັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ ຫລື NEDA ແຫ່ງປະເທດໄທ)ຈໍານວນເງີນ 1.977 ລ້ານບາດ, ໃນນີ້ເປັນ​ເງິນນຊ່ວຍເຫຼືອລ້າຫລາຍ​ກວ່າ 395 ລ້ານບາດໄທ.

         ເສັ້ນທາງ (4B) ເປັນທາງປູຢາງສອງຊັ້ນ, ໜ້າທາງ​ເຂດ​ທົ່ງພຽງ 9 ແມັດ, ເຂດຫຼຸບໂນນ 8 ແມັດ ແລະ ເຂດພູດອຍ 7 ແມັດ, ມີບ່າທາງເບື້ອງລະ 1 ແມັດ. ພ້ອມນັ້ນຍັງໄດ້ກໍ່ສ້າງຂົວທັງຫມົດ 8 ແຫ່ງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ