ລາວເລັ່ງກວດກາແລະເກັບກູ້ຊັບສິນທີ່ຖືກເສຍຫາຍຄືນມາໃຫ້ໄດ້

ຄະນະກວດກາພັກ-ລັດຖະບານ, ພວມເລັ່ງດໍາເນີນການກວດກາແລະເກັບກູ້ຊັບສີນຕ່າງໆຂອງພັກ-ລັດທີ່ຖືກພະນັກງານຈໍານວນໜຶ່ງໄດ້ສໍ້ລາດບັງຫລວງເອົາໄປຄືນມາໃຫ້ໄດ້ຫລາຍທີ່ສຸດ, ຫລັງຈາກພົບວ່າໃນໜຶ່ງປີຜ່ານມາ, ຊັບສີນທີ່ກູ້ຄືນມາໄດ້ຈາກການສູນເສຍດັ່ງກ່າວຍັງໜ່ອຍຫລາຍເມື່ອທຽບກັບຕົວຈິງ.
ບັນຫາດັ່ງກ່າວ, ໄດ້ຮັບການລາຍງານຈາກ ທ່ານ ສີໄນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2019ເມື່ອບໍ່ດົນມານີ້, ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາ, ເຖິງວ່າພວກເຮົາໄດ້ສຸມໃສ່ປະຕິບັດຕາມພາລະບົດບາດ, ຂອບເຂດສິດແລະໜ້າທີ່ຂອງຕົນແລະ ຕາມການລາຍງານຈາກ 21 ກະຊວງ-ອົງການ, 17 ແຂວງ-ນະຄອນຫລວງ ໄດ້ກວດກາທັງໝົດ 945 ເປົ້າໝາຍ, ໃນນີ້ກວດກາປົກກະຕິ 333 ເປົ້າໝາຍ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີມີ140 ໂຄງການ, ກວດກາຕາມຜົນການກວດສອບ 307 ເປົ້າໝາຍ. ໃນນີ້ພົບເຫັນຜົນເສຍຫາຍຫລາຍເຖິງ1.477 ຕື້ກວ່າກີບ, 10 ລ້ານກວ່າບາດ (ສະກຸນເງິນໄທ), 24 ລ້ານກວ່າໂດລາສະຫະລັດ, ລົດໃຫຍ່ 5 ຄັນ, ຂະນະດຽວກັນສາມາດເກັບກູ້ຄືນມາໄດ້ເປັນເງິນພຽງ35 ຕື້ກວ່າກີບ, 10 ລ້ານກວ່າບາດ, 2 ແສນໂດລາສະຫະລັດ ແລະ ລົດໃຫຍ່ 4 ຄັນ.
ຕໍ່ບັນຫາດັ່ງກ່າວ, ໃນຕໍ່ໜ້ານີ້, ຈະໄດ້ເພີ່ມທະວີການຕິດຕາມກວດກາການເກັບລາຍຮັບເຂົ້າງົບປະມານ, ການປະຕິບັດກົດໝາຍພາສີ-ອາກອນ, ກົດໝາຍງົບປະມານແລະອື່ນໆ, ພ້ອມເອົາໃຈໃສ່ການຄຸ້ມຄອງລາຍຈ່າຍຂອງກະຊວງ-ອົງການແລະ ທ້ອງຖິ່ນ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະຮັບປະກັນການປະຕິບັດນະໂຍບາຍປະຢັດແຫ່ງຊາດ.ສືບຕໍ່ລົງເລິກກວດກາ ແລະສືບສວນ-ສອບສວນກ່ຽວກັບຄວາມຮັບຜິດຊອບຂອງການຈັດຕັ້ງ ແລະບຸກຄົນທີ່ພົວພັນເຖິງໂຄງການລົງທຶນຂອງລັດ ແລະການຊຳລະໜີ້ສິນແບບມີສ່ວນຫລຸດ, ການຊຳລະເກີນ ແລະຊໍ້າຊ້ອນຢູ່ບັນດາແຂວງທີ່ຍັງຄ້າງປະຕິບັດ. ສືບຕໍ່ປະຕິບັດມາດຕະການກວດກາເລີ່ມແຕ່ຫົວທີຕໍ່ການປະຕິບັດໂຄງການລົງທຶນຂອງລັດເຊັ່ນ:ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ອື່ນໆເລີ່ມແຕ່ການປະມູນ, ການຈັດຊື້-ຈັດຈ້າງ ແລະຕະຫຼອດໄລຍະເວລາຂອງການປະຕິບັດໂຄງການໃຫ້ດຳເນີນໄປຖືກຕ້ອງຕາມສັນຍາແລະລະບຽບກົດໝາຍ.ສືບຕໍ່ຕິດຕາມກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງເລກທີ15/ນຍກ່ຽວກັບການຄຸ້ມຄອງປ່າໄມ້ແລະ ທຸລະກິດໄມ້, ການປະຕິບັດພັນທະໄມ້ ແລະ ບັນຫາອື່ນໆເປັນຕົ້ນຢູ່ດ່ານຕ່າງໆ ແລະ ຢູ່ລຽບຕາມຊາຍແດນເມື່ອພົບເຫັນຜູ້ລະເມີດຕ້ອງດໍາເນີນມາດຕະການແກ້ໄຂຢ່າງເຂັ້ມງວດຕາມລະບຽບກົດໝາຍ.

