ລາຊັນຊຸດຂາວແມ້ນຈຸດໂທດຄວ້າແຊ້ມຊຸບເປີ້ໂກປາ ເໜືອແອດເລຕິໂກມັດລິດ

ການແຂ່ງຂັນບານເຕະຊີງຂັນຊຸບເປີ້ຄັບຂອງສະເປນ ຫຼື ຂັນຊຸບເປີ້ໂກປາເດເອສປັນຍາ ປະຈຳລະດູການ 2019-2020 ໃນຮອບຊີງຊະນະເລີດ ແຂ່ງຂັນທີ່ສະໜາມ ຄິງອັບດຸນລໍ ສະປອດຊີຕີ້ ໃນຊາອຸດິອາລະເບຍ ເປັນການໂຄຈອນມາພົບກັນລະຫວ່າງຄູ່ປັບຮ່ວມເມືອງ ເຣອັນມັດລິກ ແລະ ແອດເລຕິໂກມັດລິກ
ຜົນປະກົດວ່າການແຂ່ງຂັນໃນເຄີ່ງເວລາທຳອິດທັ້ງ 2 ທີມບໍ່ສາມາດທຳປະຕູໄດ້ ແລະ ມາໃນເຄີ່ງເວລາຫຼັງກໍ່ຍັງບໍ່ສາມາດບວກປະຕູເພີ່ມໄດ້ ຈົບການແຂ່ງຂັນ 90 ນາທີ ສະເໝີກັນ 0-0 ຕ້ອງຕໍ່ເວລາພິເສດອອກໄປເກມການແຂ່ງຂັນເດີນທາງມາໃນຊ່ວງທ້າຍເວລາແລະຈົບການແຂ່ງຂັນ ຈື່ງຕ້ອງຕັດສິນແຊ້ມດ້ວຍການດວນຈຸດໂທດ ແລະ ເປັນລາຊັນຊຸດຂາວທີ່ແມ້ນຈຸດໂທດກວ່າແອດເລຕິໂກມັດລິກ ເອົາຊະນະໄປໄດ້ດ້ວຍຜົນສະກໍ 4-1 ຄວ້າແຊ້ມລາຍການນີ້ສະໄໝທີ່ 11 ໄປຄອງ
