ສູນການແພດຟື້ນຟູຫນ້າທີ່ການປະກອບສ່ວນສຳຄັນເຂົ້າໃນວຽກງານອົງຄະທຽມ


ຫົວຫນ້າສູນການແພດຟື້ນຟູຫນ້າທີ່ການ ໃຫ້ຮູ້ວ່າ: ສູນການແພດຟື້ນຟູຫນ້າທີ່ການແມ່ນຫົວຫນ່ວຍວິຊາການລະດັບ 1 ພາຍໃຕ້ການຊີ້ນຳຈາກກະຊວງສາທາລະນະສຸກ, ເປັນສູນຈັດຕັ້ງປະຕິບັດ
ວິຊາການແພດຟື້ນຟູຫນ້າທີ່ການຂັ້ນສູນກາງ, ເປັນສູນຝຶກຫັດຂອງນັກສຶກສາການແພດ, ພະຍາບານ, ເຕັກນິກທຸກລະດັບ, ມີພາລະບົດບາດໃຫ້ການບໍລິການປິ່ນປົວຟື້ນຟູຫນ້າທີ່ການ, ບຳບັດຜູ້ສູງອາຍຸ, ກວດ, ບົ່ງມະຕິ, ຜ່າຕັດດັດແປງ-ຕົບແຕ່ງ, ຜະລິດ-ປະກອບ ອົງຄະທຽມ, ເຄື່ອງຄໍ້າຊູ, ລໍ້ເລື່ອນ, ຄົ້ນຄວ້າ-ວິໄຈ ແລະ ທົດລອງນຳໃຊ້ວິທະຍາສາດເຕັກນິກວິຊາການທີ່ກ້າວຫນ້າທັນສະໄຫມເຂົ້າໃນການປິ່ນປົວຟື້ນຟູຫນ້າທີ່ການ, ກໍ່ສ້າງ-ບຳລຸງສ້າງພະນັກງານວິຊາການດ້ານການແພດຟື້ນຟູຫນ້າທີ່ການ, ຄຸ້ມຄອງໂຮງຫມໍສູນເສຍອົງຄະພິເສດ 790 ແລະ ໂຮງຫມໍສູນເສຍອົງຄະ 489, ຝຶກວິຊາຊີບແກ່ຄົນພິການສີເກີດ ແລະ ສາຂາສູນຝຶກອົບຮົມວິຊາຊີບແກ່ຄົນພິການສີເກີດຢູ່ 5 ແຂວງ, ຊີ້ນຳຊ່ວຍເຫລືອດ້ານວິຊາການແກ່ບັນດາໂຮງຫມໍແຂວງ, ໂຮງຫມໍເມືອງໃນຂອບເຂດທົ່ວປະເທດ, ປ້ອງກັນການເປັນພິການ ແລະ ສົ່ງເສີມສຸຂະພາບແກ່ຄົນພິການ ແລະ ຜູ້ສູງອາຍຸໃນທົ່ວປະເທດ ເພື່ອປະຕິບັດຕາມຄຳຂວັນ 5 ດີ 1 ຄວາມພໍໃຈຂອງກະຊວງສາທາລະນະສຸກວາງອອກ ແລະ ເອົາໃຈໃສ່ຍົກສູງຈັນຍາບັນ ຈັນຍາທຳ ການບໍລິການປ່ິນປົວ ແລະ ຟື້ນຟູຫນ້າທີ່ການ, ປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນຄື: 1 ປີຜ່ານມາ ສູນການແພດຟື້ນຟູຫນ້າທີ່ການໄດ້ປະຕິບັດຫນ້າທີ່ການເມືອງຢ່າງຕັ້ງຫນ້າ ສາມາດຕອສະຫນອງໄດ້ຕາມແນວທາງນະໂຍບາຍຂອງພັກ-ລັດ, ບໍລິການຄົນເຈັບ-ຄົນພິການ ແລະ ຜູ້ອາຍຸສູງໄດ້ເປັນຢ່າງດີຕະຫລອດມາເຊັ່ນ: ກວດຄົນເຈັບ, ຟື້ນຟູກະດູກ-ກ້າມຊີ້ນ, ຟື້ນຟູປະສາດ, ຜ່າຕັດ-ຕົບແຕ່ງ ແລະ ອື່ນໆ.

ສຳລັບວຽກງານອົງຄະທຽມ-ເຄື່ອງຄໍ້າຊູ ແລະ ລໍ້ເລື່ອນ ສູນການແພດຟື້ນຟູຫນ້າທີ່ການໄດ້ຮ່ວມມືກັບໂຄງການ
ໂຄບ ແລະ ອົງການໃຈບູນສາກົນໃນການຈັດຕັ້ງປະຕິບັດບໍລິການເຄື່ອນທີ່ ເພື່ອເຮັດໃຫ້ຄົນພິການໄດ້ຮັບການບໍລິການມີຄຸນນະພາບເຊັ່ນ: ຂາທຽມ, ແຂນທຽມ, ເຄື່ອງຄໍ້າຊູເລົາຄີງ, ໄມ້ຄໍ້າເທົ້າ ແລະ ອື່ນໆ.
ສຳລັບຄາດຫມາຍສູ້ຊົນປີ 2020 ແມ່ນສືບຕໍ່ນຳພາແນວຄິດຂອງພະນັກງານ-ລັດຖະກອນ ໃຫ້ຫນັກແຫນ້ນ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ ແທດເຫມາະກັບຫນ້າທີ່ ແລະ ຄວາມຕ້ອງການຂອງວຽກງານໄລຍະໃຫມ່, ປະຕິບັດນະໂຍບາຍ 5 ດີ 1 ຄວາມພໍໃຈຂອງກະຊວງສາທາລະນະສຸກໃຫ້ມີຜົນສຳເລັດ.

