ປີ​ໃໝ່ຂະແໜງພາສີຈະ​ເລັ່ງປັບປຸງການເກັບລາຍຮັບໃຫ້ທັນສະໄໝ

ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ ແລະ ວາງມາດຕະການໃນການຈັດເກັບລາບຮັບເຂົ້າງົບປະມານແຫ່ງລັດ ໃນປີ 2020 ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ຂຶ້ນ. ດັ່ງນັ້ນ ຂະແໜງພາສີຈະຫັນເປັນທັນສະໄໝຂອງລະບົບອາຊິກູດາ, ລະບົບ ບ53, ລະບົບແຈ້ງພາສີປະຕູດຽວ ​ແລະ ລະບົບການຄຸ້ມຄອງຂົນສົ່ງສິນຄ້າຜ່ານແດນອາຊຽນ ແລະ ​ເລັ່ງຕິດຕັ້ງເຄື່ອງສະແກນເນີຢູ່ບັນດາດ່ານພາສີໃນຂອບເຂດທົ່ວປະເທດ​ໃຫ້​ສຳ​ເລັດ.

ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ໃຫ້ຮູ້ວ່າ: ໃນປີ 2019 ຜ່ານມາ, ຂະ​ແໜງ​ພາສີ​ໄດ້​ເລັ່ງປັບປຸງກົງຈັກຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ ທັງ​ໄດ້ປະກອບເຄື່ອງມືທັນສະໄໝເຂົ້າໃນການປະຕິບັດວຽກງານວິຊາສະເພາະຂອງຂະແໜງພາສີ ເປັນຕົ້ນລະບົບຕິດຕາມຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ (ບ53), ລະບົບການຈັດເກັບຄ່າທຳນຽມແບບ​ເອເລັກໂຕຣນິກ, ລະບົບການແຈ້ງພາສີປະຕູດຽວ ແລະ ອື່ນໆ. ນອກນັ້ນ ຍັງໄດ້ເອົາໃຈໃສ່ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃນ 11 ເດືອນຂອງປີ 2019 ບັນລຸໄດ້ 6.116 ຕື້ກວ່າກີບ ຊຶ່ງລາຍຮັບສ່ວນໃຫຍ່ຍັງແມ່ນການນຳເຂົ້ານໍ້າມັນເຊື້ອໄຟກວມ 39,7%, ພາຫະນະກວມ 24,92%, ເຄື່ອງອຸປະໂພກ-ບໍລິໂພກກວມ 12,76% ຂອງລາຍຮັບທັງໝົດ.

ຢ່າງໃດກໍຕາມ ເຖິງວ່າການຈັດເກັບລາຍຮັບໃນປີຜ່ານມາ ມີລັກສະນະທ່າກ້າວ, ແຕ່ກໍຍັງມີຂໍ້ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນແມ່ນຜົນກະທົບທີ່ເກີດຈາກໄພທຳມະຊາດ, ການນຳເຂົ້າ-ສົ່ງອອກສິນຄ້າຢູ່ບາງດ່ານຊາຍແດນຢຸດສະງັກ, ບໍລິສັດຂາດສະພາບຄ່ອງທາງດ້ານການເງິນ ແລະ ເງິນຕາໃນການຊໍາລະສິນຄ້າທີ່ສັ່ງຊື້ຈາກຕ່າງປະເທດ ເຮັດໃຫ້ສະພາບການນຳເຂົ້າສິນຄ້າເສຍພາສີມີລັກສະນະຫລຸດລົງ, ແຫລ່ງລາຍຮັບເກືອບ 90% ຂອງສິນຄ້ານຳເຂົ້າມີອັດຕາຫລຸດຜ່ອນພາສີ 0% ຂອງວັດຖຸອຸປະກອນຕາມນະໂຍບາຍສົ່ງເສີມການລົງທຶນ ແລະ ການຜະລິດເພື່ອທົດແທນການນຳເຂົ້າ. ນອກນັ້ນ, ມາດຕະການໃນການບັງຄັບໃຊ້ກົດໝາຍຍັງບໍ່ທັນເຂັ້ມງວດ ແລະ ຄວາມເປັນເອກະພາບ ເປັນຕົ້ນແມ່ນການປະຕິບັດມູນຄ່າແຈ້ງພາສີຂອງບັນດາບໍລິສັດ, ການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງຢູ່ບັນດາທ້ອງຖິ່ນຍັງບໍ່ທັນເຂັ້ມງວດ ແລະ ມີລັກສະນະບໍ່ສິ້ນສຸດ, ສະພາບການລັກລອບສິນຄ້າໜີພາສີຍັງມີແຜ່ຫລາຍ ແລະ ມີຫລາຍຮູບແບບ ໂດຍສະເພາະນໍ້າມັນເຊື້ອໄຟ.

ທ່ານ ບຸນປະເສີດ ສີກຸນລະບຸດ ເນັ້ນຕື່ມວ່າ: ເພື່ອປະຕິບັດບາງມາດຕະການຂອງວຽກງານພາສີໃຫ້ມີຜົນສຳເລັດໃນປີ 2020 ຕ້ອງ​ໄດ້​ເພີ່ມ​ທະວີ​ການປະສານສົມທົບກັບຜູ້ຊ່ຽວຊານໄຈກາ, ທະນາຄານໂລກ ເພື່ອດໍາເນີນແຜນງານຫັນພາສີເປັນທັນສະໄໝ, ປັບປຸງ ແລະ ພັດທະນາລະບົບບໍລິຫານຄວາມສ່ຽງທີ່ນອນໃນລະບົບອາຊິກູດາໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບສະພາບຂອງຜູ້ນໍາເຂົ້າ-ສົ່ງອອກຕົວຈິງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ