ອະນາໄມໂລກລະບຸພະຍາດປອດອັກເສບຢູ່ຈີນອາດເກີດຈາກໄວຣັສຊະນິດໃໝ່

ອົງການອະນາໄມໂລກລະບຸວ່າ: ໄວຣັສຊະນິດໃໝ່ອາດເປັນສາເຫດຂອງການລະບາດພະຍາດປອດອັກເສບຢູ່ຈີນ.
ອົງການອະນາໄມໂລກລະບຸວ່າ: ສາເຫດຂອງການລະບາດພະຍາດປອດບວມ ເຊິ່ງເຮັດໃຫ້ມີຜູ້ປ່ວຍ 59 ຄົນ ຢູ່ເມືອງອູ່ຮັ່ນຂອງຈີນ ອາດມາຈາກໂຄໂຣນາ ໄວຣັສສາຍພັນໃໝ່. ເຖິງຢ່າງໃດກໍຕາມ, ປັດຈຸບັນ ອົງການອະນາໄມໂລກຍັງລໍຖ້າຂໍ້ມູນຢືນຢັນເພີ່ມຕື່ມ. ສະຖານີໂທລະພາບ CCTV ຂອງຈີນ ລາຍງານໂດຍອ້າງຜົນກວດຈາກຫ້ອງທົດລອງທີ່ບໍ່ເປີດເຜີຍ ຢືນຢັນແລ້ວວ່າ: ໂຄໂຣນາໄວຣັສສາຍພັນໃໝ່ ຄືສາເຫດຂອງການລະບາດພະຍາດປອດອັກເສບດັ່ງກ່າວ.
ໂຄໂຣນາໄວຣັສເປັນຕະກູນໄວຣັສຂະໜາດໃຫຍ່ທີ່ເຮັດໃຫ້ເກີດການຕິດເຊື້ອໄດ້ຫລາຍຊະນິດ ນັບແຕ່ພະຍາດໄຂ້ຫວັດທຳມະຊາດ ໄປຈົນເຖິງພະຍາດທາງເດີນຫາຍໃຈກະທັນຫັນຮຸນແຮງ ຫລື ພະຍາດຊາສ ເຊິ່ງປະກົດໃນປີ 2002 ແລະ ພະຍາດລະບົບທາງເດີນຫາຍໃຈຕາເວັນອອກກາງ ຫລື ເມີສ໌ ເຊິ່ງປາກົດໃນປີ 2012.
ກ່ອນໜ້ານີ້ ໃນປີ 2003 ຈີນເຄີຍປົກປິດການລະບາດຂອງພະຍາດຊາສ໌ຫລາຍອາທິດ ກ່ອນຜູ້ເສຍຊີວິດຈະເພີ່ມຂຶ້ນ ແລະ ມີຂ່າວລື ຈົນເຮັດໃຫ້ລັດຖະບານຕ້ອງເປີດເຜີຍການລະບາດຂອງພະຍາດ ເຊິ່ງມີການລະບາດຢ່າງວ່ອງໄວໄປຫາເມືອງ ແລະ ປະເທດອື່ນໆ ໂດຍໃນເທື່ອນັ້ນ ມີຜູ້ຕິດເຊື້ອຫລາຍກວ່າ 8.000 ຄົນ ແລະ ເສຍຊີວິດ 775 ຄົນ.

