ນາຍົກລັດຖະມົນຕີ ສປປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊຶ້ອເຊີນຂອງສະຫາຍ ຫລີ ເຄີ້ສຽງ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ດຳ ເນີນການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ໃນລະ ຫວ່າງວັນທີ 5-9 ມັງກອນ 2020. ໃນຕອນເຊົ້າວັນທີ 6 ມັງກອນ, ສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຈັດພິທີຕ້ອນຮັບເປັນທາງການຢ່າງສົມກຽດ, ພ້ອມ​ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການທີ່ຫໍສະພາປະຊາຊົນຈີນ ​ເພື່ອທົບທວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມ 4 ດີ (ສະຫາຍທີ່ດີ, ເພື່ອນມິດທີ່ດີ; ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ສອງສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ຮ່ວມກັນລົງນາມ ໃນເດືອນເມສາ 2019 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວນີ້, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຈາກລັດຖະບານ ແລະ ປະຊາຊົນຈີນ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນຈົບ ງາມຂອງການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ ແລະ ສະຫຼຸບຕີລາຄາ 40 ປີ ແຫ່ງການເປີດປະຕູສູ່ ພາຍນອກ ແລະ ຜົນສຳເລັດອັນໃຫຍ່ຫຼວງໃນການສ້າງສາພັດທະນາປະເທດຊາດຂອງ ຈີນທີ່ຍາດມາໄດ້ໃນເງື່ອນໄຂທີ່ສະພາບແວດລ້ອມຂອງສາກົນມີການຜັນແປສະຫລັບສັບຊ້ອນ, ມີສິ່ງທ້າທາຍຫຼາຍຢ່າງ ແລະ ເສດຖະກິດໂລກກໍຢູ່ໃນສະພາບທົດຖອຍ, ແຕ່ຍ້ອນການນຳພາຂອງພັກຄອມມູນິດຈີນ ໂດຍມີສະຫາຍເລຂາທິການໃຫຍ່    ສີ ຈີ້ນຜິງ ເປັນແກນກາງນຳພາ, ມີລັດຖະບານ ເຊິ່ງມີສະຫາຍ ຫລີ ເຄີ້ສຽງ ເປັນຫົວໜ້າ ແລະ ມີປະຊາຊົນດຸໝັ່ນ, ຫ້າວຫັນ ແລະ ມີຈິດໃຈຊາດອັນດູດດື່ມ ສປ ຈີນ ສາມາດ ຍາດມາໄດ້ຜົນສຳເລັດອັນຍິ່ງໃຫຍ່ຢ່າງສະຫງ່າຜ່າເຜີຍ, ສ້າງສັງຄົມນິຍົມຕາມສີສັນລັກສະນະພິເສດຂອງຈີນ ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດ ຂອງກອງປະຊຸມຄົບຄະນະກຳມະການສູນກາງພັກຄອມມູນິດຈີນ ຄັ້ງທີ 4 ສະໄໝ XIX ກໍຄືຜົນສຳເລັດການຈັດບັນດາກອງປະຊຸມສາກົນຕ່າງໆເຊັ່ນ: ກອງປະຊຸມສຸດຍອດ ຄັ້ງທີ 2 ໜຶ່ງແລວໜຶ່ງເສັ້ນທາງ, ງານວາງສະແດງສິນຄ້ານຳເຂົ້າສາກົນ ທີ່ຊຽງໄຮ້, ເວທີປຶກສາຫາລືໂບອາວ ປະຈຳປີ 2019 ທີ່ຜ່ານມາ  ແລະ ອື່ນໆ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ນາຍົກລັດຖະມົນຕີທັງ​ສອງຍັງໄດ້ແລກປ່ຽນ ແລະ ປຶກສາຫາລືບາງບັນຫາເຊັ່ນ: ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊະຕາກຳສັງຄົມນິຍົມ ລາວ-ຈີນ ທີ່ເປັນເອກະສານການຮ່ວມມືສອງຝ່າຍທີ່ມີຄວາມໝາຍຄວາມສຳຄັນໃຫ້ແກ່ການຮ່ວມມືຂອງ 2 ພັກ 2 ລັດ ແລະ ປະຊາຊົນສອງຊາດໃນໄລຍະໃໝ່. ການຮ່ວມມືດ້ານການຄ້າ ແລະ ການລົງທືນກໍຫລາຍ​ສົມຄວນເພີ່ມຂຶ້ນຄື: ການລົງທຶນຈາກ ສປ ຈີນ ໄດ້ເປັນອັນດັບໜຶ່ງຂອງການລົງທຶນຕ່າງປະເທດທັງໝົດໃນ ສປປ ລາວ. ບັນດາໂຄງການຮ່ວມມືສອງຝ່າຍກໍມີຄວາມຄືບໜ້າຢ່າງເປັນທີ່ເພິ່ງພໍໃຈ ໂດຍສະເພາະໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ສຳເລັດເຖິງ 83% ແລະ ໂຄງການທາງດ່ວນ ລາວ-ຈີນ ວຽງຈັນ-ວັງວຽງ ກໍມີຄວາມຄືບໜ້າແລ້ວ 50% ທັງສອງໂຄງການຄາດວ່າຈະສຳເລັດຕາມແຜນການທີ່ກຳນົດໄວ້. ນອກນັ້ນ ຍັງມີໂຄງການຊ່ວຍເຫຼືອລ້າອື່ນໆ ກໍໄດ້ດຳເນີນໄປຢ່າງມີຄວາມຄືບໜ້າດີ. ພ້ອມນີ້ ໃນປີ 2021 ເປັນປີຄົບຮອບ​ 60 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ສອງປະເທດຈຶ່ງໄດ້ຮ່ວມກັນກຳນົດໃຫ້ເປັນປີມິດຕະພາບ ລາວ-ຈີນ. ພາຍຫຼັງການພົບ ປະຢ່າງເປັນທາງການແລ້ວ ສອງນາຍົກລັດຖະມົນຕີໄດ້ເປັນສັກຂີພິຍານໃນການລົງ ນາມເອກະສານຮ່ວມມືສອງຝ່າຍຈຳນວນໜຶ່ງ.

 ພ້ອມດຽວກັນນີ້, ສອງນາຍົກລັດຖະມົນຕີ ກໍໄດ້ເຫັນດີຕໍ່ການເປັນປະທານຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງຈະຈັດຂຶ້ນໃນເດືອນມີນາ 2020 ທີ່ນະຄອນຫຼວງວຽງຈັນ. ພ້ອມກັນນັ້ນ ກໍໄດ້ຮຽນເຊີນ ທ່ານນາຍົກ ຫຼີ ເຄີ້ສຽງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ນາຍົກລັດ ຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສີ ຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ພົບປະກັບສະຫາຍ ຫຼີ ຈານຊູ ປະທານສະພາປະຊາຊົນທົ່ວປະເທດຈີນ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນັກ ທຸລະກິດຈີນ ທີ່ໂຮງແຮມ Nikko New Century Beijing, ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງຂອງສະຫາຍ ຫູ ເຫີຜິງ ເລຂາພັກແຂວງສານຊີ, ສະຫາຍ ເສີນ ຫາວ ເລຂາພັກແຂວງຢຸນນານ, ສະຫາຍ ຊູ ສິນຫຼົງ ເລຂາພັກນະຄອນແຢນອານ, ຢ້ຽມຢາມກຸ່ມລັດວິສາຫະກິດລົດໄຟແຫ່ງຊາດຈີນ, ຢ້ຽມຢາມກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງແຂວງຢູນນານ, ຢ້ຽມຢາມສະຖານທີ່ທ່ອງທ່ຽວ ແລະ ພື້ນຖານການຜະລິດທີ່ສຳ ຄັນຈຳນວນໜຶ່ງອີກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ