ອຸປະຕິເຫດຕຳແລ້ວໜີບັນຫາທີ່ສັງຄົມເປັນຫ່ວງ

    ເຈົ້າໜ້າທີ່ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນປີ 2019 ຢູ່ ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນກ່ວາ 1 ພັນກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 200 ກ່ວາຄົນ, ທຽບໃສ່ປີຜ່ານມາ, ຕົວເລກອຸປະຕິເຫດ ລວມທັງຜູ້ເສຍຊີວິດແມ່ນຢູ່ໃນທ່າອ່ຽງສູງ, ໃນນີ້ຍັງມີສະພາບອຸປະຕິເຫດຕຳບໍ່ຈອດເກີດຂຶ້ນຫລາຍເຊິ່ງກາຍເປັນບັນຫາທີ່ສັງຄົມມີຄວາມເປັນຫ່ວງ ແລະ ໃນປີຜ່ານມາມີກ່ວາ 20 ກໍລະນີ ແລະ ເຈົ້າໜ້າທີ່ສາມາດແກ້ໄຂແລ້ວ 17 ກໍລະນີ ຊຶ່ງຍັງມີອີກຫລາຍກໍລະນີກຳລັງເລັ່ງຕິດຕາມຜູ້ກະທຳຜິດມາດຳເນີນຄະດີຄື: ໃນວັນທີ 3 ສິງຫາ 2019 ຢູ່ເສັ້ນທາງ ໜອງບົວທອງ-ໜອງດ້ວງ ເຂດບ້ານ ໂພນສະຫວາດໃຕ້ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ເກີດອຸປະຕິເຫດລົດກະບະ ຕຳກັບລົດຈັກ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ, ຈາກນັ້ນຜູ້ຂັບລົດກະບະໄດ້ເອົາຕົວຫລົບໜີ, ປັດຈຸບັນ ເຈົ້າໜ້າທີ່ບໍ່ສາມາດຕິດຕາມຕົວໄດ້ຍ້ອນເກີດຂຶ້ນຢູ່ເສັ້ນທາງປ່ຽວ, ບໍ່ມີກ້ອງວົງຈອນ ແລະ ບໍ່ມີຄົນເຫັນເຫດການ, ໃນວັນທີ 29 ກັນຍາ ຢູ່ຖະໜົນເລກ 10 ເຂດບ້ານໄຮ່ ເມືອງ ໄຊທານີ ໄດ້ເກີດອຸປະຕິເຫດລົດໃຫຍ່ບໍ່ຮູ້ຍີ່ຫໍ້ ຂັບຂີ່ຕຳເອົາທ້າວ ບຸນຕາ ຊຶ່ງຂີ່ລົດຖີບເຮັດໃຫ້ເສຍຊີວິດຄາທີ່, ເຈົ້າໜ້າທີ່ຍັງບໍ່ສາມາດຕິດຕາມຫາເປົ້າໝາຍມາດຳເນີນຄະດີໄດ້ ແລະ ຍັງມີຄະດີອຸປະຕິເຫດຕຳບໍ່ຈອດອື່ນໆ ທີ່ເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວຜູ້ກໍ່ເຫດມາດຳເນີນຄະດີ.

    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ສະພາບການເກີດອຸປະຕິເຫດຕຳແລ້ວໜີຖືວ່າເປັນການກະທຳຜິດທີ່ຮ້າຍແຮງ ໃນກົດໝາຍອາຍາມາດຕາ 146 ວ່າດ້ວຍການຫລົບໜີຈາກອຸປະຕິເຫດເຊິ່ງລະບຸວ່າ: ບຸກຄົນໃດຫາກໄດ້ເຮັດໃຫ້ເກີດອຸປະຕິເຫດເກີດຂຶ້ນ ຫລື ມີສ່ວນພົວພັນໂດຍກົງກັບອຸປະຕິເຫດແລ້ວຫລົບໜີ ຈະຖືກລົງໂທດຕັດອິດສະຫລະພາບແຕ່ໜຶ່ງປີຫາສາມປີ ແລະ ຈະຖືກປັບໃໝແຕ່ 3 ຫາ 10 ລ້ານກີບ. ພ້ອມນັ້ນ ກົດໝາຍຍັງກຳນົດອີກວ່າ ຜູ້ທີ່ພະຍາຍາມຫລົບໜີກໍຈະຖືກລົງໂທດເຊັ່ນກັນກັບຜູ້ທີ່ຫລົບໜີໄປພົ້ນແລ້ວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ