ລາວເລື່ອນຊັ້ນພັນຕີຂຶ້ນພັນໂທໃຫ້ນາຍຕຳຫລວດຫລາຍກວ່າ 400 ສະຫາຍ

ພິທີປະກາດເລື່ອນຊັ້ນພັນຕີຂຶ້ນເປັນພັນໂທໃຫ້ນາຍຕຳຫລວດທົ່ວກະຊວງປ້ອງກັນຄວາມສະຫງົບ
ແລະ ທ້ອງຖິ່ນ (ປກສ) ຈຳນວນ 412 ສະຫາຍ ໄດ້ຈັດຂຶ້ນເມື່ອທ້າຍອາທິດຜ່ານມານີ້
ໂດຍການເຂົ້າຮ່ວມ ແລະ ປະດັບຊັ້ນຂອງທ່ານ ພົນຕີ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ
ກະຊວງປ້ອງກັນຄວາມສະຫງົບ ເຊິ່ງການເລື່ອນຊັ້ນໃຫ້ນາຍຕຳຫລວດຄັ້ງນີ້ ເພື່ອປະຕິບັດນະໂຍບາຍຂອງພັກ-ລັດຖະບານທີ່ມີຕໍ່ນາຍຕຳຫລວດຜູ້ທີ່ມີຜົນງານໃນການປະຕິບັດໜ້າທີ່ວຽກງານ
ແລະ ຜູ້ມີມາດຖານເງື່ອນໄຂຂອງການເລື່ອນຊັ້ນຕາມກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບກຳນົດ.

ໃນໂອກາດນີ້, ທ່ານຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ໂອ້ລົມຊີ້ນຳຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ໃຫ້ສືບຕໍ່ເພີ່ມທະວີຍົກສູງຄວາມເປັນແບບຢ່າງນຳໜ້າ, ເອົາໃຈໃສ່ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ມີຄວາມເດັດດ່ຽວແກ້ໄຂຂໍ້ຄົງຄ້າງຕ່າງໆ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດໃຫ້ໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ.

