ລາວກຽມຈັດແຂ່ງຂັນສີມືແຮງງານລະດັບຊາດໃນຕົ້ນປີນີ້ເພື່ອຫາຜູ້ມີສີມືດີໄປແຂ່ງລະດັບພາກພື້ນ

ກະຊວງແຮງງານ ແລະ ສະຫວັດດີການ ໃຫ້ຮູ້ວ່າ: ໃນຕົ້ນປີນີ້, ຂະແໜງການຂອງຕົນຈະຮ່ວມມືກັບພາກສ່ວນກ່ຽວຂ້ອງຕ່າງໆທັງພາກລັດ ແລະ ເອກະຊົນ ເພື່ອຈັດຕັ້ງການແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ 4 ເພື່ອແນໃສ່ຄັດເລືອກເອົາຜູ້ມີສີມືແຮງງານທີ່ດີເປັນຕົວແທນປະເທດເຂົ້າຮ່ວມການແຂ່ງຂັນສີມືແຮງງານລະດັບອາຊຽນຄັ້ງທີ 13 ຊຶ່ງຈະຈັດໃນຂຶ້ນໃນລະຫວ່າງວັນທີ 21-31 ກໍລະກົດ 2020 ທີ່ປະເທດສິງກະໂປ ແລະ ກອງປະຊຸມຂອງຄະນະກຳມະການເຕັກນິກຮັບຜິດຊອບການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 13 (13th ASEAN Skills Competition) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-12 ທັນວາ 2019 ຜ່ານມາ ທີ່ປະເທດສິງກະໂປ, ໂດຍໄດ້ທົບທວນຄວາມພ້ອມດ້ານຕ່າງໆ ແລະ ກໍານົດເອົາລະບຽບ, ກົດກະຕິກາຂອງການແຂ່ງຂັນ ແລະ ຮັບຮອງເອົາ 20 ສາຂາຊ່າງ ເຂົ້າໃນການແຂ່ງຂັນ ລວມມີ: ໄອທີ (IT) ມີ 5 ສາຂາ, ວິສະວະກໍາ 8 ສາຂາ, ບໍລິການ 4 ສາຂາ, ສິລະປະ ແລະ ປະຍຸກ 2 ສາຂາ, ການຂົນສົ່ງ 1 ສາຂາ ແລະ 2 ສາຂາຊ່າງທີ່ເປັນການສາທິດຄື: ຊ່າງຄວບຄຸມລະບົບເຕັກນິກໃນອຸດສາຫະກຳ ແລະ ຊ່າງຄວບຄຸມລະບົບການຂົນສົ່ງ. ໃນນັ້ນ, ສປປ ລາວ ໄດ້ສະເໜີເອົາ 6 ສາຂາຊ່າງ ເພື່ອສົ່ງເຂົ້າຮ່ວມແຂ່ງຂັນຄື: ຊ່າງຕິດຕັ້ງໄຟຟ້າ, ປຸງແຕ່ງອາຫານ, ອອກແບບ ແລະ ຕັດຫຍິບເຄື່ອງນຸ່ງ, ອອກແບບກຣາບຟິກ, ອອກແບບເວັບໄຊ ແລະ ຊ່າງຫຸ່ນຍົນເຄື່ອນທີ່, ເຊິ່ງໄລຍະຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ແລະ ສາມາດຍາດໄດ້ຫລຽນເງິນ ເຊິ່ງເປັນຫລຽນປະຫວັດສາດໃນສາຂາອາຊີບຕິດຕັ້ງໄຟຟ້າໃນອາຄານໃນການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 10 ໃນປີ 2014 ທີ່ ສສ.ຫວຽດນາມ ແລະ ສາມາດຍາດໄດ້ໃບຢັ້ງຢືນສີມືດີເດັ່ນ 20 ຄົນ ທີ່ສາມາດນຳໄປຜັນຂະຫຍາຍ ແລະ ຖ່າຍທອດເຂົ້າໃນການພັດທະນາສີມືແຮງງານລາວໃຫ້ນັບມື້ດີຂຶ້ນ.
ນອກນີ້, ກອງປະຊຸມໄດ້ຮັບຟັງການຢືນຢັນຂອງປະເທດຟິລິບປິນ ໃນການເປັນເຈົ້າພາບຈັດການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ໃນເດືອນກໍລະກົດ ປີ 2022. ສ່ວນການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 15 ທີ່ປະເທດສະມາຊິກອາຊຽນໄດ້ສະເໜີໃຫ້ ສປປ ລາວ ຮັບເປັນເຈົ້າພາບໃນປີ 2024, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະພິຈະລະນາເງື່ອນໄຂ ແລະ ຄວາມພ້ອມ, ເຊິ່ງຈະແຈ້ງຕໍ່ປະເທດສະມາຊິກອາຊຽນຮັບຊາບກ່ອນວັນທີ 1 ພຶດສະພາ 2020 ນີ້.
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ການແຂ່ງຂັນສີມືແຮງງານ ເປັນອົງປະກອບໜຶ່ງຂອງລະບົບພັດທະນາສີມືແຮງງານ ເພື່ອສ້າງຂະບວນການພັດທະນາສີມືແຮງງານໃຫ້ມີຂະບວນຝົດຟື້ນ, ສ້າງໃຫ້ສັງຄົມຫັນມາສົນໃຈການຝຶກວິຊາອາຊິບໃຫ້ຫລາຍຂຶ້ນ, ທັງເປັນເວທີເພື່ອເປີດໂອກາດໃຫ້ບັນດາຊາວໜຸ່ມໄດ້ນຳໃຊ້ຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດເຂົ້າໃນການແຂ່ງຂັນ ເພື່ອສົ່ງເສີມ ແລະ ຍົກລະດັບສີມືແຮງງານໃຫ້ທຽບທັນພາກພື້ນ ແລະ ສາກົນ.

