5 ວັນສະຫລອງປີໃໝ່ສາກົນທົ່ວປະເທດມີຜູ້ເສຍຊີວິດ 27 ຄົນຈາກອຸປະຕິເຫດທາງຖະໜົນ

ກົມຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ໃນໄລຍະ 5 ວັນຂອງການສະເຫລີມສະຫລອງສົ່ງທ້າຍປີເກົ່າແລະ ຕ້ອນຮັບປີໃໝ່ 2020 ນັບແຕ່ວັນທີ 27 ທັນວາ 2019 ຫາວັນທີ 1 ມັງກອນ 2020, ທົ່ວປະເທດໄດ້ມີອຸປະຕິເຫດບົນທ້ອງຖະໜົນເກີດຂຶ້ນຫລາຍກ່ວາ 190 ກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 27 ຄົນ, ແຂວງທີ່ເກີດອຸປະຕິເຫດຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນແລະສາເຫດສ່ວນໃຫຍ່ແມ່ນເກີດຈາກນັກຂັບຂີ່ດື່ມສິ່ງມືນເມົາແລ້ວຂັບລົດຄືດັ່ງກໍລະນີອຸປະຕິເຫດທີ່ເກີດຂຶ້ນໃນຄໍ່າຄືນວັນທີ 31 ທັນວາ 2019 ແມ່ນລົດໃຫຍ່ຕຳລົດຈັກຢ່າງຮຸນແຮງຢູ່ເສັ້ນທາງເຂດບ້ານໂສກປ່າຫລວງ, ເມືອງສີສັດຕະນາກນະຄອນຫລວງວຽງຈັນ ສົ່ງຜົນເຮັດໃຫ້ຜູ້ຂັບຂີ່ລົດຈັກເປັນເພດຊາຍອາຍຸ 39 ປີເສຍຊີວິດຄາທີ່ ສາເຫດຍ້ອນຜູ້ຂັບຂີ່ດື່ມສິ່ງມືນເມົາ. ແຕ່ແນວໃດກໍຕາມ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າສະພາບອຸປະຕິເຫດ ແລະ ຕົວເລກຜູ້ເສຍຊີວິດແມ່ນຫລຸດລົງ 9 ຄົນ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນປີ 2019 ທົ່ວປະເທດໄດ້ມີອຸປະຕິເຫດເກີດຂຶ້ນ 6 ພັນກ່ວາກໍລະນີ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1.134 ຄົນ, ໃນນີ້ອຸປະຕິເຫດທີ່ຮ້າຍແຮງແມ່ນໃນວັນທີ 19 ສິງຫາ 2019 ລົດໂດຍສານນັກທ່ອງທ່ຽວຄົນຈີນປີ້ນຕົກລົງເຫວເລີກຢູ່ເມືອງນານແຂວງຫລວງພະບາງ, ເຮັດໃຫ້ມີຜູ້ເສຍຊີວິດຄາທີ 13 ຄົນ ແລະ ບາດເຈັບ 33 ຄົນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ