2020 ກ້າວສູ່ ຄວາມຫວັງໃໝ່

ໂດຍ: ມຶກບໍ່ແຫ້ງ
2020 ແມ່ນປີແຫ່ງຄວາມຫວັງຫຼາຍຢ່າງສຳລັບປະເທດເຮົາໃນການ ພັດທະນາເສດຖະກິດ-ສັງຄົມໂດຍສະເພາະການລຶບລ້າງຄວາມທຸກຍາກ, ພວກເຮົາສາມາດພົ້ນທຸກໄດ້ແນວໃດແດ່?
ລັດຖະບານເຮົາໄດ້ມີແຜນຍຸດທະສາດ, ນະໂຍບາຍໃນການລຶບລ້າງ ຄວາມທຸກຍາກພາຍໃນປະເທດເຮົາໂດຍໄດ້ສຸມທຶນຮອນໃສ່ເປັນຈຳນວນ ຫຼວງຫຼາຍຕົວຢ່າງປີ 2019 ທີ່ຜ່ານມາງົບປະມານ 2 ພັນຕື້ກີບຖືກຮັບຮອງ ນຳໃຊ້ເຂົ້າໃນການລຶບລ້າງຄວາມທຸກຍາກ.
ແລະທ້າຍເດືອນທັນວາ 2019 ທີ່ຜ່ານມາລັດຖະບານເຮົາກໍໄດ້ ມີການປະຊຸມປຶກສາຫາລືກ່ຽວກັບຮ່າງແຜນການພັດທະນາຊົນນະບົດແລະລືບລ້າງຄວາມທຸກຍາກ 2020-2030 ເພື່ອເປັນຂອບການຮ່ວມມື ແລະ ລະ ດົມທຶນເຊິ່ງຈະເຮັດໃຫ້ການລຶບລ້າງຄວາມທຸກຍາກພາຍໃນປະເທດເຮົາຊັດ ເຈນຍິ່ງຂຶ້ນ.
ເຖິງວ່າພວກເຮົາພະຍາຍາມຄືດັ່ງກ່າວເລື້ອຍມາແຕ່ປະເທດເຮົາຍັງຈັດວ່າເປັນປະເທດທີ່ທຸກຍາກທີ່ສຸດປະເທດໜຶ່ງໃນພາກພື້ນແລະໃນໂລກ, ແລ້ວພວກເຮົາຈະເຮັດໃຫ້ການລຶບລ້າງຄວາມທຸກຍາກໄດ້ໄວແລະຍືນຍົງໄດ້ແນວໃດ?
ຄຽງຄູ່ປັດໄຈອື່ນໆ,ການລຶບລ້າງຄວາມທຸກຍາກຕ້ອງຕິດພັນກັບການຄຸ້ມຄອງນໍາໃຊ້ ຊັບພະຍາກອນທຳມະຊາດຢ່າງມີປະສິດທິພາບ.
ປະຊາຊົນເຮົາໂດຍພື້ນຖານແມ່ນອາໄສຊັບພະຍາກອນທຳມະຊາດເພື່ອການດຳລົງຊີວິດ, ນັບແຕ່ຟືນດັງໄຟ, ຫາອາຫານແລະຫາເຄື່ອງປ່າຂອງ ດົງໄປຂາຍສ້າງລາຍໄດ້ ເຊິ່ງຈະມີຄວາມຍືນຍົງຖ້າມີການຄຸ້ມຄອງທີ່ດີເຊັ່ນ: ການເກັບໝາກຈອງຂາຍຂອງປະຊາຊົນເຂດເມືອງສະໜາມໄຊແຂວງອັດຕະປືໂດຍມີການອະນຸລັກຕົ້ນໝາກຈອງແລະມີການເກັບຕາມລະດູການຢ່າງ ເຄັ່ງຄັດເຮັດໃຫ້ປະຊາຊົນມີລາຍໄດ້ແຕ່ລະປີ, ບໍ່ມີການບັກຕົ້ນຂອງມັນຖິ້ມ ຢ່າງເດັດຂາດ.
ນອກນັ້ນ, ການສົ່ງເສີມການຜະລິດນໍ້າເຜີ້ງຈາກທຳມະຊາດຂອງປະ ຊາຊົນແຂວງຊຽງຂວາງຍັງເປັນສິ່ງຢັ້ງຢືນວ່າປະຊາຊົນມີລາຍຮັບໂດຍບໍ່ໄປບຸກລຸກທຳມະຊາດແລະບໍ່ໄດ້ອອກແຮງງານຫຼາຍ, ເຂົາເຈົ້າຍິ່ງເພີ່ມການ ອະນຸລັກປ່າໄມ້ໃຫ້ຫຼາຍຂຶ້ນເພື່ອຜະລິດນໍ້າເຜີ້ງໃຫ້ໄດ້ຫຼາຍຂຶ້ນຈົນເຮັດໃຫ້ ແຂວງຊຽງຂວາງກາຍເປັນແຂວງໜຶ່ງທີ່ສາມາດຜະລິດນໍ້າເຜີ້ງໄດ້ຫຼາຍໃນ ປະເທດເຮົາ, ສົ່ງຂາຍໄປຫຼາຍເຂດແຂວງ.
ປະຊາຊົນເຂດແຂວງຫຼວງພະບາງທີ່ເຊົາປະການຖາງປ່າເຮັດໄຮ່ ຫັນມາປູກໝາກນັດເປັນສິນຄ້າແທນນັ້ນກໍເປັນແບບຢ່າງໜຶ່ງທີ່ເຫັນວ່າການປູກພືດເປັນສິນຄ້າສາມາດເຮັດໄດ້ໂດຍທີ່ບໍ່ໄດ້ລົງທຶນຂະໜາດໃຫຍ່ ໂດຍນາຍທຶນ.
ນອກນັ້ນ, ພວກເຮົາກໍຍິ່ງເຫັນວ່າການທ່ອງທ່ຽວແບບອະນຸລັກໄດ້ ກາຍເປັນແບບຢ່າງທີ່ດີໃນການຮັກສາຊັບພະຍາກອນທຳມະຊາດຄຽງຄູ່ກັບການລຶບລ້າງຄວາມທຸກຍາກຂອງປະຊາຊົນຕົວຢ່າງໂຄງການການ ທ່ອງທ່ຽວແບບອະນຸລັກຢູ່ເຂດປ່າສະຫງວນແຫ່ງຊາດນໍ້າແອັດ-ພູເລີຍ ແຂວງຫົວພັນທີ່ກຳລັງເປັນທີ່ຮັບຮູ້ ຢ່າງກວ້າງຂວາງເຊິ່ງພວກເຮົາກໍມີທ່າ ແຮງຢ່າຫຼວງຫຼາຍໃນການພັດທະນາການທ່ອງທ່ຽວແບບນີ້ຢູ່ເຂດອື່ນໆ ຂອງປະເທດ.
ເພາະສະນັ້ນ, ປະຊາຊົນເຮົາມີຄວາມຜູກພັນກັບຖິ່ນຖານ, ການນຳໃຊ້ ຊັບພະຍາກອນທຳມະຊາດແລ້ວສິ່ງທີ່ພວກເຮົາຄວນເຮັດກໍຄືຊອກໃຫ້ເຫັນວ່າຈະນໍາໃຊ້ທ່າແຮງແຕ່ລະທ້ອງຖິ່ນແກ້ໄຂຄວາມທຸກຍາກໄດ້ແນວໃດ, ໂດຍບໍ່ ຄວນກາງຕໍ່ໃສ່ແຕ່ນາຍທຶນຕ່າງປະເທດເຂົ້າມາລົງທຶນຂະໜາດໃຫຍ່, ເຮັດ ໃຫ້ປະຊາຊົນຫຼາຍຮ້ອຍຫຼາຍພັນຄົນຖືກຍົກຍ້າຍ, ດິນດອນຫຼາຍພັນເຮັກຕາ ຕົກໃນກຳມືຂອງນາຍທຶນ.
ໃນຂະນະທີ່ບໍ່ແນ່ໃຈວ່າປະຊາຊົນເຮົາຈະສາມາດພົ້ນທຸກໄດ້ສໍ່າໃດແລະຍືນຍາວພຽງໃດແຕ່ສິ່ງທີ່ເຮົາເຫັນຈະແຈ້ງກໍຄືການນຳໃຊ້ສານເຄມີ, ຊັບພະ ຍາກອນຄ່ອຍໆເຫືອດແຫ້ງໄປໃນຂະນະປະຊາຊົນຍັງທຸກຍາກຄືເກົ່າ.
ອັນນີ້ຂໍໃຫ້ປີໃໝ່ 2020 ກ້າວສູ່ອະນາຄົດທີ່ດີແລະມີຄວາມຍືນຍົງກວ່າ ເກົ່າ.

