ຫົວໜ້າຈັດຕັ້ງສູນກາງພັກຊີ້ນຳການກະກຽມກອງປະຊຸມ 3 ຂັ້ນຢູ່ແຂວງຊຽງຂວາງ

ເມື່ອບໍ່ດົນມານີ້, ສະຫາຍ ຈັນສີ ໂພສີຄໍາ ກຳມະການກົມການເມືອງສູນກາງພັກ,ຄະນະເລຂາທິການສູນກາງພັກ,ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກຂັ້ນເມືອງຂອງແຂວງຊຽງຂວາງແລະໄດ້ຊີ້ນໍາຕໍ່ອົງຄະນະພັກທົ່ວແຂວງດັ່ງກ່າວວ່າ: ກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນແມ່ນເຫດການສຳຄັນທາງການເມືອງ, ເປັນບັ້ນປັບປຸງປົວແປງພັກຢ່າງເລິກເຊິ່ງຮອບດ້ານ ແລະ ຊີ້ໃຫ້ເຫັນການຍົກສູງຄວາມສາມາດນຳພາຂອງພັກ.
ສະນັ້ນ, ການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກແຕ່ລະຂັ້ນແມ່ນຂອດສຳຄັນທີ່ຕັດສິນໝາກຜົນຂອງການຈັດຕັ້ງ, ປະສິດທິພາບຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ດັ່ງນັ້ນການກໍານົດເນື້ອໃນແມ່ນສຳຄັນຫລາຍ,ເພາະເປັນສິ່ງກຳນົດແຜນພັດທະນາເສດຖະກິດ-ສັງຄົມ, ການຊີ້ນຳ-ນຳພາທາງການເມືອງ, ລວມເຖິງການຊອກຫາບັນດາສາເຫດທີ່ພາໃຫ້ອ່ອນ, ວິທີແກ້ໄຂ, ກຳນົດທິດທາງດ້ານທ່າແຮງເພື່ອໃຫ້ແທດເໝາະກັບທ້ອງຖິ່ນຕົວຈິງ.ສ່ວນດ້ານບຸກຄະລາກອນ ກໍຖືວ່າມີຄວາມສໍາຄັນທີ່ຕັດສິນຜົນສຳເລັດ, ຕ້ອງຮັບປະກັນໃຫ້ໄດ້ຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນດ້ານເພດ, ເຜົ່າແລະເຊື່ອໝັ້ນຢ່າງໜັກແໜ້ນຕໍ່ແນວທາງນະໂຍບາຍຂອງພັກແລະອັນສໍາຄັນການຊີ້ນຳ-ນຳພາການກະກຽມການດຳເນີນຕ້ອງກຳແໜ້ນນິຕິກຳຕ່າງໆໃຫ້ລະອຽດແລະຖືກຕ້ອງຕາມກົດລະບຽບຂອງພັກ, ມະຕິຄຳສັ່ງຂອງພັກແລະ ບົດແນະນຳຂອງພັກໃນການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ.

