ລັດຖະມົນຕີປກສເນັ້ນໃຫ້ແຂວງບໍລິຄໍາໄຊແກ້ໄຂປາກົດການຫຍໍ້ທໍ້ໃນກໍາລັງໃຫ້ໝົດໄປ

ໃນໂອກາດໂອ້ລົມພິທີປະກາດແຕ່ງຕັ້ງຮັກສາການຫົວໜ້າກອງບັນຊາການປກສແຂວງບໍລິຄໍາໄຊເມື່ອບໍ່ດົນມານີ້, ທ່ານ ພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ເນັ້ນໃຫ້ຜູ້ຮັກສາການຫົວໜ້າກອງບັນຊາການຜູ້ໃໝ່ ແລະ ຄະນະສືບຕໍ່ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ພ້ອມທັງເນັ້ນໃຫ້ພະນັກງານ-ນັກຮົບທົ່ວກອງບັນຊາການແຂວງຈົ່ງເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ, ເຮັດວຽກເປັນໝູ່ຄະນະບຸກຄົນຮັບພິຊອບ, ສິ່ງສໍາຄັນໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ຕາມລະບຽບກົດໝາຍ, ມະຕິ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດເພື່ອສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ພາຍໃນກໍາລັງໃຫ້ໝົດໄປ.

ໂດຍສະເພາະຕ້ານ ແລະ ສະກັດກັ້ນບັນຫາການສໍ້ລາດບັງຫລວງ, ການສວຍໃຊ້ຕໍາແໜ່ງໜ້າທີ່ຂອງພະນັກງານເພື່ອຫາຜົນປະໂຫຍດສ່ວນຕົວແບບບໍ່ຊອບທໍາແລະຖ້າຫາກເກີດມີສະພາບບໍ່ດີດັ່ງກ່າວເກີດຂຶ້ນຢູ່ບ່ອນໃດ, ຂັ້ນໃດແມ່ນບ່ອນນັ້ນຕ້ອງຮັບພິຊອບແກ້ໄຂທັນທີ, ພ້ອມນັ້ນກໍໃຫ້ເອົາໃຈໃສ່ຫັນພະນັກງານ-ນັກຮົບລົງກໍ່ສ້າງຮາກຖານໃຫ້ແຂງແຮງ, ເພື່ອປຸກລະດົມປະຊາຊົນມີສະຕິຕື່ນຕົວເຂົ້າຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອແນໃສ່ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫລຸດລົງ.

ເຂົ້າຮ່ວມພິທີດັ່ງກ່າວ, ຍັງມີທ່ານກອງແກ້ວໄຊສົງຄາມເຈົ້າແຂວງບໍລິຄໍາໄຊແລະພະນັກງານຫລັກແຫລ່ງອ້ອມຂ້າງແຂວງ, ໂດຍໄດ້ຕົກລົງໃຫ້ທ່ານພັນເອກທອງໃບລໍວັນໄຊຫົວໜ້າກອງບັນຊາການແຂວງຜູ້ເກົ່າອອກພັກຜ່ອນຮັບບໍານານແລະແຕ່ງຕັ້ງທ່ານພັນໂທກົງຈັນໄຊປັນຍາເປັນຮັກສາການຫົວໜ້າກອງບັນຊາການປກສແຂວງບໍລິຄໍາໄຊ, ພ້ອມທັງໄດ້ແຕ່ງຕັ້ງຮອງຫົວໜ້າກອງບັນຊາປກສແຂວງດັ່ງກ່າວຕື່ມອີກຈໍານວນໜຶ່ງ, ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີແຫ່ງສປປລາວແລະຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ເພື່ອປະຕິບັດນະໂຍບາຍຂອງພັກ-ລັດທີ່ມີຕໍ່ພະນັກງານ-ນາຍຕໍາຫລວດ, ທັງເປັນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ