ຜູ້ມີບັນຫາ ສົບແຫວ່ງ-ເພດານໂຫວ່ ສາມາດເຂົ້າຜ່າຕັດໂດຍບໍ່ເສຍຄ່າຢູ່ມະໂຫສົດ

ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ຂໍແຈ້ງມາຍັງປະຊາຊົນທຸກຊັ້ນຄົນຊາບວ່າ: ທີມແພດໂຮງໝໍມະໂຫສົດ ແລະ ທີມແພດຈາກມູນນິທິ Bright the Gap Foun dation ປະເທດເນເທີແລນ ຈະມາເຄື່ອນໄຫວກິດຈະກຳການຜ່າຕັດແຂ້ວ, ຄາງ, ໜ້າ, ສົບແຫວ່ງ-ເພດານໂຫວ່ ແລະ ການຜ່າຕັດປົວແປງອື່ນໆ ໂດຍບໍ່ເສຍຄ່າປິ່ນປົວ ຢູ່ໂຮງຫມໍມະໂຫສົດ ລະ ຫວ່າງວັນທີ 12-17 ມັງກອນ 2020 ແລະ ຈະລົງໄປເຄື່ອນໄຫວຢູ່ໂຮງໝໍແຂວງຊຽງຂວາງ ລະຫວ່າງວັນທີ 19-23 ມັງກອນ 2020.
ສຳລັບຢູ່ໂຮງໝໍມະໂຫສົດ ຈະເປີດໃຫ້ລົງທະບຽນ, ກວດຄົນເຈັບ ແລະ ເຂົ້າແຜນຜ່າຕັດ ແມ່ນແຕ່ເວລາ 8 ໂມງຂອງວັນທີ 12 ມັງກອນເປັນຕົ້ນໄປ, ສ່ວນຢູ່ໂຮງຫມໍແຂວງຊຽງຂວາງ ການລົງທະບຽນ, ກວດຄົນເຈັບ ແລະ ເຂົ້າແຜນຜ່າຕັດ ແມ່ນເວລາ 8 ໂມງຂອງວັນທີ 19 ມັງກອນ 2020. ດັ່ງນັ້ນ ຈຶ່ງຂໍແຈ້ງໃຫ້ຊາບ.

