ເຮັດບໍ່ດີຜີຂາຍໜ້າ

ມາຮອດປັດຈຸບັນ, ບັນຫາການປາບປາມການສໍ້ລາດບັງຫລວງຍັງເດີນໜ້າໄປຕິກໆຈົນກວ່າບ້ານເມືອງເຮົາກ້າວສູ່ຄວາມໂປ່ງໃສ, ປອດໃສໄຮ້ຄົນໂກງ. ກ່ຽວກັບການປາບປາມສໍ້ລາດບັງຫລວງປຽບເໝືອນສະໜາມຮົບຕິດລຽນທີ່ຕ້ອງໄດ້ຕໍ່ສູ້ກັບສັດຕູພາຍໃນທີ່ກົດໜ່ວງຖ່ວງດຶງຄວາມຈະເລີນຂອງຊາດ. ເມື່ອຕັ້ງໂຈດກັນວ່າ ສັດຕູພາຍໃນຢູ່ໃສ ແລະ ແມ່ນໃຜກັນແທ້ ? ມັນກໍຄົນພາຍໃນກົມກອງເຮົານັ້ນເອງ, ຜູ້ໃດສໍ້ລາດບັງຫລວງກໍຖືວ່າຜູ້ນັ້ນເປັນສັດຕູພາຍໃນຂອງຊາດທີ່ປອງຮ້າຍທຳລາຍເສດຖະກິດຂອງປະເທດໃຫ້ຫລົ້ມຈົມຖົດຖອຍ ແລະ ອ່ອນເພຍເປ້ຍລ່ອຍໄປເລື້ອຍໆ. ນີ້ຄືຄວາມເປັນອັນຕະລາຍຮ້າຍກາດຂອງການສໍ້ລາດບັງຫລວງຈາກຄົນພາຍໃນ ເຊິ່ງເຮົາເຄີຍເອີ້ນກັນວ່າ: ໜອນບ້ອນໄສ້ ຫລື ເວົ້າອີກຢ່າງໜຶ່ງວ່າ: ໄສ້ຢູ່ທ້ອງກັບເກີດເປັນໜອນ.
ດັ່ງພວກເຮົາໄດ້ຮູ້ນຳກັນແລ້ວວ່າ: ການສໍ້ລາດບັງຫລວງເປັນໄພຄຸກຄາມຕໍ່ຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງຊາດ, ເປັນການທຳລາຍເສດຖະກິດ-ສັງຄົມຂອງປະເທດໃຫ້ລ້າຊ້າອືດອາດ ແລະ ຖົດຖອຍ. ການສໍ້ລາດບັງຫລວງຄືປວກເຈາະໄມ້, ຄືພະຍາດເຈາະໄສ້ເຈາະພຸງ ດົນໆໄປເຮືອນກໍຈະຫຍຸບ ຄົນກໍຈະຕາຍ ກໍເໝືອນປະເທດຊາດຫລົ້ມຈົມຍ້ອນພະນັກງານລັດພາກັນສໍ້ລາດບັງຫລວງ ຈົນເຮັດໃຫ້ພາກລັດເສຍຜົນປະໂຫຍດດ້ານລາຍຮັບແຫ່ງຊາດຢ່າງມະຫາສານ. ດັ່ງອົງການກວດກາ, ກວດສອບພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ກວດກາພົບພໍ້ເປັນຈຳນວນເງິນເສຍຫາຍຢ່າງມະຫາສານຫລາຍຮ້ອຍຫລາຍພັນຕື້.
ດ້ວຍສາເຫດດັ່ງກ່າວ, ພັກ ແລະ ລັດຖະບານເຮົາ ໂດຍສະເພາະລັດຖະບານຊຸດທີ VIII ຈຶ່ງໄດ້ຕັດສິນໃຈປາບປາມ ແລະ ພະໜຶກກຳລັງແກ້ໄຂບັນຫາປາກົດການເຫລົ່ານີ້ໃຫ້ຫລຸດໜ້ອຍຖອຍລົງ ແລະ ກ້າວໄປເຖິງໃຫ້ໝົດໄປຈາກສັງຄົມລາວ. ໃນສະໄໝພວກເຮົາເຮັດການປະຕິວັດຊາດ ປະຊາທິປະໄຕກ້າວສູ່ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຊິ່ງຍາມໃດຜູ້ນຳເຮົາກໍເຄີຍກຳຊັບຕັກເຕືອນສັ່ງສອນເລື້ອຍໆວ່າ: ຈົ່ງພາກັນຫລີກເວັ້ນການສໍ້ລາດບັງຫລວງ ເພາະຈະພາໃຫ້ປະເທດຊາດເພພັງຕົກຕໍ່າເໝືອນດັ່ງປະຫວັດສາດຊ້ຳເຮື້ອມາຫລາຍຍຸກຫລາຍສະໄໝທີ່ມີຄວາມຂັດແຍ່ງແບ່ງສັນກັນດ້ານຜົນປະໂຫຍດ, ຄວາມສາມັກຄີແຕກແຫງ ສຸດທ້າຍມາສັດຕູຕ່າງຊາດກໍສວຍໂອກາດເຂົ້າມາບຸກລຸກຮຸກຮານຍຶດເອົາເປັນຫົວເມືອງຂຶ້ນ ຈົນເຮັດໃຫ້ປະເທດລ້ານຊ້າງອັນແສນຮັກ ແລະ ຫວງແຫນຕ້ອງໄດ້ແຍກແຜ່ນດິນ ແລະ ແຍກເຊື້ອວົງພົງພັນມາຈົນເຖິງທຸກວັນນີ້. ນີ້ຄືຄວາມຫາຍະນະຂອງຄວາມເຫັນແກ່ຜົນປະໂຫຍດສ່ວນຕົວໃນຍຸກສັກດີນາລາວ ແລະ ຜູ້ນຳລາວໃນສະໄໝປະຫວັດສາດກ່ອນໜ້ານີ້ສອງສາມຮ້ອຍປີ.
ນັບແຕ່ປະເທດຊາດຂອງພວກເຮົາໄດ້ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຜູ້ນຳຮຸ້ນທຳອິດເພິ່ນກໍເຄີຍຕັກເຕືອນສັ່ງສອນມາຕະຫລອດວ່າ: ຢ່າພາກັນສໍ້ລາດບັງຫລວງ ເພາະຢ້ານປະເທດຊາດຫລົ້ມຈົມຈິບຫາຍ. ຜູ້ທີ່ເປັນຮ່ວງເປັນໄຍຕໍ່ຊາຕະກຳຂອງຊາດ, ຕໍ່ໝາກຜົນຂອງການປະຕິວັດອີ່ຫລີອີ່ຫລໍກໍຄື ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ສອງຜູ້ນຳພາການປະຕິວັດລາວນັບແຕ່ມື້ເລີ່ມຕົ້ນຈົນມາຮອດມື້ໄດ້ຮັບໄຊຊະນະຢ່າງສົມບູນແບບ ແລະ ຍືນຍົງຄົງຕົວມາຮອດທຸກວັນນີ້.
ນັບແຕ່ປະເທດຊາດຂອງພວກເຮົາມີການປ່ຽນແປງໃໝ່ເປັນຕົ້ນມາ ມີພະນັກງານສະມາຊິກພັກຈຳນວນບໍ່ໜ້ອຍເກີດແນວຄິດຜິດເຂວ, ລືມຕົນລືມຕົວ, ເຫັນກົງຈັກເປັນດອກບົວ, ເຫີ່ນຳເງິນ, ເຫີ່ນຳຊັ້ນຍົດ, ຖານະຕຳແໜ່ງ ແຂ່ງຂັນກັນໄດ້, ແຂ່ງຂັນກັນມີ, ພະນັກງານສະມາຊິກພັກຄົນໃດຍັງບໍ່ໄດ້, ຍັງບໍ່ມີ, ຍັງທຸກຍາກປາກໝອງ, ມີຄວາມສັດຊື່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດກໍເຍີ້ຍຫຍັນກັນວ່າເປັນຄົນປະຫວັດສາດປະໄວ້, ບໍ່ຮູ້ຊອກຮູ້ຫາ, ບໍ່ມີຫົວຄິດປະດິດສ້າງໃນການຊອກຢູ່ຫາກິນ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ຈາກຄວາມກົດດັນດັ່ງກ່າວ, ພະນັກງານ-ລັດຖະກອນ, ສະມາຊິກພັກຈຳນວນບໍ່ໜ້ອຍໄດ້ຂໍລາອອກຈາກລັດໄປເຮັດທຸລະກິດ, ອອກໄປສ້າງເສດຖະກິດຄອບຄົວ, ຜູ້ທີ່ບໍ່ໄດ້ລາອອກກໍຫາວິທີສໍ້ໂກງເອົາເງິນ, ເອົາຊັບສິນຂອງລັດມາເປັນຂອງຕົນເອງ ດ້ວຍວິທີການ ແລະ ຮູບການຕ່າງໆ ຈົນເກີດເປັນບັນຫາປາກົດການຫຍໍ້ທໍ້ໃນສັງຄົມລາວມາຮອດປັດຈຸບັນ ໄດ້ກາຍເປັນພະຍາດຊ້ຳເຮື້ອເຂົ້າກະດູກດຳ ເພື່ອຈະແກ້ໄດ້ກໍຕ້ອງໃຊ້ເວລາຍາວນານຜ່ານບັ້ນຮົບທີ່ເດັດດ່ຽວຂ້ຽວຂາດຄືດັ່ງທຸກວັນນີ້.
ແນວໃດກໍຕາມ, ມາເຖິງທຸກວັນນີ້ ພວກເຮົາກໍຮູ້ແລ້ວວ່າ: ການສໍ້ລາດບັງຫລວງເປັນໄພອັນຕະລາຍແກ່ສັງຄົມ ແລະ ປະເທດຊາດຮຽກຮ້ອງໃຫ້ພາກັນຢຸດຕິໃນທຸກກໍລະນີຢ່າງສິ້ນເຊີງ. ຖ້າຜູ້ໃດຫາກຍັງເດີນໜ້າຝ່າຝືນ ຕໍ່ໄປຈະມີໂທດມະຫັນຕາມມາ ເພາະຄວາມບໍ່ດີອາດຈະຖືກເປີດເຜີຍຍ້ອນພະຍາລີ້ນກ່ານມີຕາວິເສດ, ມືເບື້ອງຊ້າຍຖືກ້ອງຈຸລະທັດສອດສ່ອງແຕ່ເທິງລົງລຸ່ມແຕ່ລຸ່ມຂຶ້ນເທິງ, ມືເບື້ອງຂວາຖືໄມ້ຄ້ອນຕະບອງເພັດ ຖ້າຜູ້ໃດມີດິນຫລາຍຕອນ, ມີຄະລືຫາດຫລາຍຫລັງ, ມີເງິນເປັນຕື້ເປັນໂກດຍ້ອນການສໍ້ລາດບັງຫລວງໄປເຊື່ອງໄວ້ຢູ່ໃສ ກ້ອງວິເສດກໍສາມາດສ່ອງເຫັນ ແລ້ວນຳມາລົງໂທດເໝືອນກັນກັບວ່າມີບຸນແຕ່ກຳບັງເປັນການກະທຳທີ່ບໍ່ດີຜີເລີຍຂາຍໜ້າ. ດັ່ງນັ້ນແລ !.

