ລາວຫາລື ແຜນງານລຶບລ້າງ​ຄວາມທຸກ​ຍາກ ໄລຍະ 2020-2030

ໃນວັນທີ 27 ທັນວານີ້ ຄະນະຮັບຜິດຊອບຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ (ທລຍ) ໄດ້ຈັດກອງປະຊຸມວິຊາການຂະແໜງ ການຂັ້ນສູນກາງ ເພື່ອຫາລືກ່ຽວກັບຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄລຍະ 2020-2030 ຂຶ້ນຢູ່ກະຊວງພາຍໃນ ​ເພື່ອເປັນພື້ນຖານໃຫ້ການສືບຕໍ່ກຳນົດກິດຈະກຳ ແລະ ເປົ້າໝາຍຕ່າງໆຂອງແຜນງານແຕ່ລະໄລຍະໃຫ້ຈະແຈ້ງ.

ທ່ານ ຈິດ ທະວີໃສ ຜູ້ອໍານວຍການບໍລິຫານກອງ​ທຶນ​ດັ່ງກ່າວໃຫ້​ຮູ້​ວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດ ຍຸດທະສາດເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດທີ່ສໍານັກງານນາຍຍົົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງ ປະສານສົມທົບ ຂະແໜງການຕ່າງໆ ຮ່າງແຜນງານຍຸດທະສາດ ດັ່ງກ່າວຂຶ້ນເພື່ອແນໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງພັກແຕ່ລະຄັ້ງ ໂດຍສະເພາະແມ່ນ ມະຕິຄໍາສັ່ງກ່ຽວກັບວຽກງານ ກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕາມທິດ 3 ສ້າງ ເພື່ອເປັນຂອບໃນການຮ່ວມມື ແລະ ລະດົມທຶນ ໃນຕໍ່ໜ້າ.

​ຊຶ່ງໄລຍະ​ຜ່ານ​ມາຄະນະຮັບຜິດຊອບວຽກງານນີ້ ກໍໄດ້ເປີດກອງປະຊຸມປຶກສາຫາລື ກັບຄະນະວິຊາການ ຂອງທະນາຄານໂລກ, ສູນສາກົນ ລຶບລ້າງຄວາມທຸກຍາກ ສປ ຈີນ ເພື່ອຮ່າງແນວຄວາມຄິດເບື້ອງຕົ້ນ ກ່ຽວກັບແຜນງານດັ່ງກ່າວ, ນອກນັ້ນ ຂະແໜງກະສິກໍາປ່າໄມ້ ໃນທົ່ວປະເທດກໍໄດ້ເປັນໃຈກາງ ປຶກສາຫາລືລະດົມຄວາມເຫັນຕ່າງໆເພື່ອສົ່ງໃຫ້ເມືອງ ແລະແຂວງຂອງຕົນພິຈາລະນາແລ້ວນຳສະເໜີກະຊວງກະສິກໍາປ່າໄມ້ ສະຫລຸບສັງລວມ ເຊິ່ງລວມມີ 19 ກິດຈະກໍາຕົ້ນຕໍ ທີ່ຈະຈັດຕັ້ງປະຕິບັດຢູ່ 200 ກວ່າ ຈຸດສຸ່ມໃນ 80 ກວ່າເມືອງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ