ໄຂອະນຸສອນສະຖານສຳນັກງານສູນກາງຊີ້ນຳການປະຕິວັດເຂດຊຽງຂວາງ


ໃນວັນທີ 28 ທັນວານີ້
ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ,ຮອງປະທານປະເທດແຫ່ງສປປ ລາວ ທ່ານພົນເອກ
ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍການນຳພັກ-ລັດຂັ້ນສູນກາງ,
ອົງການປົກຄອງແຂວງຊຽງຂວາງ ແລະ
ປະຊາຊົນແຂວງດັ່ງກ່າວໄດ້ເຂົ້າຮ່ວມພິທີໄຂອະນຸສອນສະຖານສຳນັກງານສູນກາງຊີ້ນຳການປະຕິວັດເຂດຊຽງຂວາງ(ໄລຍະປີ
1964-1972).

ໃນໂອກາດສຳຄັນນີ້ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດໄດ້ອ່ານສານຂອງທ່ານ ຄຳໄຕ ສີພັນດອນ ອະດີດປະທານປະເທດແຫ່ງສປປ ລາວ ວ່າ:ການເປີດອະນຸສອນສະຖານສຳນັກງານ ສູນກາງຊີ້ນຳການປະຕິວັດ ເຂດຊຽງຂວາງ ຢູ່ບ້ານຕ້າຍ ຊຶ່ງເປັນສະຖານທີ່ໆມີຄວາມໝາຍອັນສຳຄັນທາງປະວັດສາດ ແລະ ໄດ້ປະກອບສ່ວນເຂົ້າໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ,ຍາດເອົາເອກະລາດແຫ່ງຊາດ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຢູ່ສະຖານທີ່ແຫ່ງນີ້ິ້,ສຳນັກງານສູນກາງໄດ້ເຂົ້າມາຕັ້ງໃນຊຸມປີ
1960 ໂດຍມີບັນດາທ່ານຜູ້ນໍາການ ປະຕິວັດຄືທ່ານ ໜູຮັກ ພູມສະຫວັນ,ທ່ານ ພູມີ
ວົງວິຈິດ,ທ່ານ ຄຳໄຕ ສີພັນດອນ,ທ່ານ ພູນ ສີປະ ເສີດ,ທ່ານ ສະໝານ ວິຍະເກດ,ທ່ານ ສິງກະໂປ
ສີໂຄດຈຸນນະມານີ ເປັນຜູ້ນຳພາຊີ້ນຳໂດຍກົງຂະ ບວນປະຕິວັດ ສ້າງເຂດປົດປ່ອຍ
ກໍ່ສ້າງກຳລັງປະຕິວັດ ຂະຫຍາຍສົງຄາມປະຊາຊົນຢູ່ແຂວງຊຽງຂວາງ ຕີຕ້ານທຸກກົນອຸບາຍເລ່ຫລ່ຽມຂອງພວກຈັກກະພັດລ່າເມືອງຂຶ້ນແບບໃໝ່
ແລະ ພວກປະຕິການຂາຍຊາດໃຫ້ປະລາໄຊ ປະກອບສ່ວນຢ່າງສຳຄັນເຂົ້າໃນໄຊຊະນະຂອງການປະຕິວັດໃນປີ
1975.


