ສ.ເກົາຫລີ ຄາດນັກທ່ອງທ່ຽວປີ 2019 ສູງເຖິງ 17,5 ລ້ານຄົນ

ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຮ່ວມກັບອົງການການທ່ອງທ່ຽວ ສ.ເກົາຫລີ (KTO) ຄາດຄະເນວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາ ສ.ເກົາຫລີ ໃນປີ 2019 ຈະສ້າງສະຖິຕິໃໝ່ ໂດຍບັນລຸ 17,5 ລ້ານຄົນ ເຊິ່ງສູງກວ່າສະຖິຕິເກົ່າໃນປີ 2016 ໃນລະດັບ 17,24 ລ້ານຄົນ.
ລາຍງານຄາດຄະເນດັ່ງກ່າວລະບຸວ່າ: ລາຍໄດ້ຈາກການທ່ອງທ່ຽວໃນປີນີ້ຈະບັນລຸ 25,1 ຕື້ວອນ ຫລື ປະມານ 2,15 ໝື່ນລ້ານໂດລາ ແລະ ຄາດວ່າ: ອຸດສາຫະກຳການທ່ອງທ່ຽວຈະຊ່ວຍສ້າງວຽກ 460.000 ຕຳແໜ່ງ ແລະ ສິນຄ້າມູນຄ່າ 46 ຕື້ວອນ.
ໃນໄລຍະ 9 ເດືອນທຳອິດຂອງປີນີ້ ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງຢ້ຽມຢາມ ສ.ເກົາຫລີ ເພີ່ມຂຶ້ນ 16,1% ເມື່ອທຽບໃສ່ແຕ່ລະປີ ເຊິ່ງສູງກວ່າການຂະຫຍາຍຕົວໂດຍສະເລ່ຍທົ່ວໂລກ ເຊິ່ງຢູ່ລະດັບ 4% ແລະ ເຮັດໃຫ້ ສ.ເກົາຫລີ ເລື່ອນອັນດັບຄວາມສາມາດໃນການແຂ່ງຂັນດ້ານການທ່ອງທ່ຽວຂອງສະພາເສດຖະກິດໂລກຂຶ້ນສູ່ອັນດັບ 16 ຈາກອັນດັບ 19.
ທັງນີ້ ຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນມີຄວາມໝາຍຕໍ່ຂະແໜງການທ່ອງທ່ຽວຂອງ ສ.ເກົາຫລີ ເນື່ອງຈາກຈີນຍັງຫ້າມກຸ່ມນັກທ່ອງທ່ຽວເດີນທາງຢ້ຽມຢາມ ສ.ເກົາຫລີ ແລະ ນັກທ່ອງທ່ຽວຈາກຍີ່ປຸ່ນນັ້ນຫລຸດລົງ ຫລັງມີຂໍ້ຂັດແຍ່ງດ້ານການຄ້າລະຫວ່າງກັນ.

