ທ້າຍເດືອນທັນວານີ້ອາກາດຈະເຢັນລົງເລັກໜ້ອຍ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນໄລຍະທ້າຍເດືອນທັນວານີ້, ອາກາດຢູ່ປະເທດເຮົາຈະເຢັນລົງເລັກໜ້ອຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ, ເນື່ອງຈາກຄວາມກົດດັນຂອງອາກາດເຢັນທີ່ປະເທດຈີນ ຈະເພີ່ມກຳລັງແຮງຂຶ້ນເລັກໜ້ອຍແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.
ສໍາລັບສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ຈະມີຝົນຕົກກະຈາຍໃນລະດັບຄ່ອຍ ແລະ ອຸນຫະພູມອາກາດຈະເຢັນລົງ 1-2 ອົງສາ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 8-27 ອົງສາ. ພາກເໜືອດ້ານຕາເວັນຕົກ ແຂວງຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ ຈະມີຝົນຕົກໃນລະດັບຄ່ອຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 16-33 ອົງສາ. ພາກກາງ ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ. ອຸນຫະພູມແຕ່ 16-33 ອົງສາ ແລະ ພາກໃຕ້ ອາກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຈະຮ້ອນຂຶ້ນໃນຕອນບ່າຍຢູ່ທົ່ວໄປ ອຸນຫະພູມແຕ່ 17-34 ອົງສາ.

