ຫວຽດນາມ​ຍຶດງາຊ້າງ ​ແລະ ​ເກັດ​ຫລິ່ນ​ຈາກ​ອາ​ຟຣິກາ​ໄດ້ 2 ກວ່າ​ໂຕນ

     ສື່​ທາງ​ການ​ຫວຽດນາມລາຍ​ງານ​ໃນ​ວັນ​ທີ 24 ທັນວາ​ວ່າ: ​ເຈົ້າໜ້າ​ທີ່​ຍຶດງາ​ຊ້າງ ​ແລະ ​ເກັດ​ຫລິ່ນ​ລັກລອບ​ນຳ​ເຂົ້າຈາກ​ອາ​ຟຣິກາ ນ້ຳໜັກ​ຫລາຍ​ກວ່າ 2 ​ໂຕນ.

     ໜັງສືພິມ​ຂອງ​ກົມ​ພາສີ​ຫວຽດນາມ ລາຍ​ງານ​ວ່າ: ​ເຈົ້າໜ້າ​ທີ່​ພາສີ​​ໃນ​ເມືອງ​ຮາ​ຍຟອງ ທາງ​ຕອນ​ເໜືອ​ຂອງ​ປະ​ເທດ ຍຶດງາ​ຊ້າງ​ນ້ຳໜັກ 330 ກິ​ໂລ ​ແລະ ​ເກັດ​ຫລິ່ນ​ນ້ຳໜັກ 1,7 ​ໂຕນ ຢູ່​ໃນ​ຕູ້​ຄອນ​ເທ​ນ​ເນີ​ໄມ້ 3 ຕູ້​ໄດ້​ໃນ​ເດືອນ​ນີ້ ທັງ​ໝົດ​ຖືກ​ສົ່ງ​ມາ​ຈາກ​ນີ​ເຊຣີ. ການ​ຄ້າ​ງາ​ຊ້າງ ​ແລະ ​ເກັດ​ຫລິ່ນ​ເປັນ​ສິ່ງ​ຜິດ​ກົດໝາຍ​ຢູ່​ຫວຽດນາມ, ​ແຕ່​ຍັງ​ມີ​ຜູ້​ລັກລອບ​ຄ້າຂາຍ​ຢ່າງ​ກວ້າງຂວາງ. ຊາວ​ຫວຽດນາມ​ບາງ​ຄົນ​ເຊື່ອ​ວ່າ: ​ເກັດ​ຫລິ່ນ​ມີ​ສັບພະ​ຄຸນ​ບຳລຸງ​ຮ່າງກາຍ, ​ແຕ່​ນັກວິ​ໄຈ​ເປີດ​ເຜີຍ​ຜົນ​ການ​ວິ​ໄຈ​ວ່າ: ​ເກັດ​ຫລິ່ນ​ປະກອບ​ມີ​ເຄຣາຕິນ ​ເປັນສານ​ປະ​ເພດ​ດຽວ​ກັບ​ເລັບ​ນິ້ວຕີນ​ຂອງ​ຄົນ ຈຶ່ງ​ບໍ່​ມີ​ຜົນ​ປະ​ໂຫຍ​ດຕໍ່​ຮ່າງກາຍ​ແຕ່​ຢ່າງ​ໃດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ