ຂະແຫນງການກ່ຽວຂ້ອງຕ້ອງເຂັ້ມງວດກວດກາສິນຄ້າບໍ່ໃຫ້ເຫນັງຕີງ.

ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ພໍຮອດຍາມບຸນ ຫລື ເທສະການຕ່າງໆ ມັກເກີດມີການສວຍໂອກາດຂຶ້ນລາຄາສິນຄ້າຂອງຊາວຄ້າຂາຍ, ໂດຍສະເພາະແມ່ນອາຫານເປັນຕົ້ນ: ຊີ້ນ, ປາ, ພືດຜັກ ແລະ ເຄື່ອງເພື່ອຂອງຂວັນຕ່າງໆ, ຍ້ອນໃນຊ່ວງດັ່ງກ່າວ ຄວາມຕ້ອງການອາຫານຕ່າງໆແມ່ນມີສູງ, ຈຶ່ງເປັນຊ່ອງຫວ່າງເຮັດໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ, ຊຶ່ງບັນຫານີ້ຍັງເຫັນວ່າ ສັງຄົມຍັງມີຄວາມເປັນຫວ່ງບໍ່ໜ້ອຍ ແລະ ມາຮອດປັດຈຸບັນ ພາກສ່ວນກ່ຽວຂ້ອງຍັງບໍ່ທັນມີແຈ້ງການ ຫລື ມາດຕະການອັນໃດອອກມາເພື່ອຄຸ້ມຄອງລາຄາສິນຄ້າໃນຊ່ວງໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ນີ້.
ເຖິງວ່າກ່ອນໜ້ານີ້ ຫ້ອງວ່າການລັດຖະບານ ຈະມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເອົາໃຈໃສ່ຊີ້ນຳ, ຕິດຕາມ, ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດ ບໍ່ໃຫ້ພໍ່ຄ້າຊາວຂາຍ, ຜູ້ປະກອບການ ສວຍໂອກາດຂຶ້ນລາຄາສິນຄ້າໂດຍບໍ່ມີເຫດຜົນ ແລະ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດ, ຕິດພັນກັບການສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. ແຕ່ປະກົດວ່າຍັງມິດງຽບຢູ່, ຊຶ່ງອາດຈະເປັນຊ່ອງຫວ່າງໃຫ້ແກ່ຊາວຄ້າຂາຍສວຍໂອກາດເອົາປຽບຜູ້ບໍລິໂພກໄດ້ງ່າຍ. ດັ່ງນັ້ນ ພາກສ່ວນກ່ຽວຂ້ອງຄວນແຕ່ງຕັ້ງໜ່ວຍງານຂອງຕົນລົງກວດກາ, ຕິດຕາມລາຄາສິນຄ້າຢ່າງເປັນປົກກະຕິໃນຊ່ວງນີ້ ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງສັງຄົມ.
ໃນວັນທີ 20 ທັນວາ ນີ້, ນັກຂ່າວໜັງສືພິມ ລາວພັດທະນາ ໄດ້ລົງຕິດຕາມສະພາບ ລາຄາສິນຄ້າໃນທ້ອງຕະຫລາດ ຢູ່ນະຄອນຫລວງວຽງຈັນ ໂດຍສະເພາະແມ່ນ ຕະຫລາດໂພນສະຫວ່າງ, ໜອງຈັນ, ໜອງດ້ວງ ແລະ ອື່ນໆ ພົບວ່າມີບາງປະເພດໄດ້ມີການ ເຫນັງຕີງຕາມກົນໄກຕະຫລາດ ແລະ ບາງປະເພດປັບຂຶ້ນໃນໄລຍະນີ້, ໂດຍສະເພາະ ຜັກບົ້ງ, ຫອມປ້ອມ, ຫອມບົ່ວ, ຫອມລາບ, ໝາກນາວ ລາຄາ 8-15.000 ກີບ/ກິໂລ, ໝາກເຜັດ 12.000 ກີບ/ກິໂລ, ເຫັດເຟືອງ 25.000 ກີບ/ກິໂລ, ປານິນ ຈາກລາຄາ 18-20.000 ເພີ່ມຂຶ້ນ 20-23ພັນກີບ/ກິໂລ, ຊີ້ນງົວລາຄາ 70-75 ພັນກີບ/ກິໂລ, ຊີ້ນຫມູ ລາຄາ 38-40 ພັນກີບ/ກິໂລ ເພີ່ມເປັນ 39-43 ພັນກີບຕໍ່ກິໂລ, ສ່ວນລາຄາເຂົ້າ ໂດຍສະເພາະເຂົ້າໜຽວກໍມີການປັບຂຶ້ນເຊັ່ນດຽວກັນ.

