ລາວເປີດນຳໃຊ້ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ

ພິທີມອບ-ຮັບສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ,
ເຊິ່ງເປັນໂຄງການ ຊ່ວຍເຫຼືອຈາກລັດຖະບານ ສປ ຈີນ, ໄດ້ຈັດຂຶ້ນໃນວັນທີ 20 ທັນວານີ້, ຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ
ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ, ທ່ານ ຫວາງ ຊີຫຸ່ຍ ທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ
ປະຈຳລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມພິທີດັ່ງກ່າວ.

ຫົວໜ້າກົມອຸຕຸນິຍົມ ແລະອຸທົກກະສາດ ກະຊວງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ໃຫ້ຮູ້ວ່າ: ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດຕັ້ງຢູ່ກົມອຸຕຸນິຍົມແລະອຸທົກກະສາດ ເປັນອາຄານ 2 ຊັ້ນ ແລະ ມີເຄື່ອງຕິດຕາມແຜ່ນດິນໄຫວ, ເຄື່ອງຮັບ-ສົ່ງຂໍ້ມູນ, ຕິດຕາມລະບົບວິເຄາະຈຸດເກີດແຜ່ນດິນໄຫວແລະອື່ນໆ ຄາດວ່າຈະເລີ່ມໃຊ້ງານໃນປີ 2020.
ໂຄງການດັ່ງກ່າວເປັນການຍົກສູງຄວາມສາມາດໃນການວິເຄາະຂໍ້ມູນ, ການລາຍງານ, ການແຈ້ງຂໍ້ມູນຂ່າວສານແຜ່ນດິນໄຫວຂະໜາດ 3 ຣິກເຕີຂຶ້ນເມືອໄດ້ຢ່າງວ່ອງໄວ ແລະທັນການ, ເຊິ່ງມີຄວາມສຳຄັນຕໍ່ການຫຼຸດຜ່ອນຄວາມເສຍຫາຍຂອງປະຊາຊົນ, ປ້ອງກັນແລະຫຼຸດຜ່ອນໄພພິບັດທໍາມະຊາດທາງທໍລະນີສາດໃນລາວກໍຄືພາກພື້ນ.
ທ່ານ ຫວາງ ຊີຫຸ່ຍ ໃຫ້ຮູ້ວ່າ: ໂຄງການນີ້ ສະແດງໃຫ້ເຫັນເຖິງການຮ່ວມມືທີ່ແໜ້ນແຟ້ນ ກໍຄືມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດຈີນ-ລາວ. ເຊິ່ງຈະຊ່ວຍຕິດຕາມ ແລະ ປ້ອງກັນໄພແຜ່ນດິນໄຫວ ໂດຍຈະປັບປຸງລະບົບປ້ອງກັນໄພແຜ່ນດິນໄຫວຂອງລາວໃຫ້ມີປະສິດທິພາບກວ່າເກົ່າ.

