ຂ່າວດີ! ໂຮງໝໍສູນກາງຂອງລາວ ສາມາດໃຫ້ບໍລິການຜ່າຕັດປ່ຽນວາວຫົວໃຈສຳເລັດ

ນັບວ່າເປັນຂ່າວດີຂອງວົງການແພດໝໍຂອງລາວເຮົາ, ຫຼັງຈາກທ່ານລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ໃຫ້ສຳພາດ ວ່າ: ໂຮງໝໍສູນກາງມີຄວາມສາມາດໃຫ້ບໍລິການ ຜ່າຕັດປ່ຽນວາວຫົວໃຈ, ແຍ່ເສັ້ນເລືອດຫົວໃຈ, ໃສ່ຈັກກະຕຸ້ນຫົວໃຈ ດ້ວຍການນໍາໃຊ້ອຸປະກອນ ແລະ ເຄື່ອງມືການແພດທີ່ທັນສະໄໝ, ນອກນີ້, ກໍສາມາດຜ່າຕັດສະໝອງ, ຜ່າຕັດກະດູກສັນຫລັງ, ຜ່າຕັດປ່ຽນກະດູກຫົວກົກຂາ, ຜ່າຕັດຄໍ່ ແລະ ເອັນຫົວເຂົ່າ, ຜ່າຕັດຜ່ານທໍ່ລະບົບຕ່າງໆ, ຟອກໝາກໄຂ່ຫລັງ, ຟອກຕັບ ແລະ ມີອຸປະກອນດ້ານວິເຄາະ-ລັງສີ, ປິ່ນປົວມະເຮັງດ້ວຍການສາຍແສງ ແລະ ປິ່ນປົວດ້ວຍການແພດພື້ນເມືອງ, ນອກນນີ້, ບັນດາໂຮງໝໍຂັ້ນແຂວງ ກໍມີຄວາມສາມາດໃຫ້ບໍລິການປິ່ນປົວພະຍາດໃນ 5 ຂະແໜງ ເຊັ່ນ: ພະຍາດພາຍໃນ-ພາຍນອກ, ເດັກນ້ອຍ, ປະສູດພະຍາດຍິງ ແລະ ປິ່ນປົວສຸກເສີນຟື້ນຟູຊີບ, ສາມາດໃຫ້ບໍລິການຊ່ຽວຊານ ລົງເລິກສະເພາະ ໃກ້ຄຽງກັບໂຮງໝໍສູນກາງ ເຊັ່ນ: ຜ່າຕັດໃຫຍ່, ຜ່າຕັດຜ່ານທໍ່, ຜ່າຕັດກະດູກ, ຟອກໝາກໄຂ່ຫລັງ ແລະ ອື່ນໆ.

ຄຽງຄູ່ກັບການເອົາໃຈໃສ່ດ້ານການປິ່ນປົວຢູ່ໂຮງໝໍຂັ້ນສູນກາງ ແລະ ຂັ້ນແຂວງແລ້ວ, ກະຊວງສາທາລະນະສຸກ ຍັງໄດ້ເອົາໃຈໃສ່ ຄຸ້ມຄອງຫ້ອງກວດສຸຂະພາບເອກະຊົນ ລວມທັງຄຣິນິກເສີມຄວາມງາມ, ເຊິ່ງໄດ້ແບ່ງຂັ້ນຄຸ້ມຄອງກວດກາ, ຂັ້ນມະຫາພາກລົງກວດກາ 1 ຄັ້ງ, ຂັ້ນຈຸລະພາກ ລົງກວດກາ 2 ຄັ້ງຕໍ່ປີ,  ພ້ອມຈັດກອງປະຊຸມ ທົບທວນການປະຕິບັດລະບຽບ ກ່ຽວກັບການຄຸ້ມຄອງບໍລິການຂອງພາກເອ ກະຊົນ ເພື່ອກວດຄືນດ້ານດີ, ຂໍ້ຄົງຄ້າງ ແລະ ວິທີທາງໃນການແກ້ໄຂ ຮ່ວມກັບພະແນກສາທາລະ ນະສຸກ, ວິຊາການ, ຂະແໜງການການປິ່ນປົວ ທີ່ຮັບຜິດຊອບວຽກງານຄຸ້ມຄອງບໍລິການຂະແໜງພາກເອກະຊົນ.

ນັບແຕ່ປີ 2012 ກະຊວງສາທາລະນະສຸກ ໄດ້ອອກໃບອະນຸຍາດ ໃຫ້ສ້າງຕັ້ງຫ້ອງກວດພະ ຍາດເອກະຊົນ 1.050 ແຫ່ງ, ແຕ່ຜ່ານການລົງຕິດຕາມເຫັນວ່າ ມີຫ້ອງກວດພະຍາດເຄື່ອນໄຫວຖືກ ຕ້ອງພຽງ 802 ແຫ່ງ ແລະ ໄດ້ປະຕິບັດລະບຽບຕໍ່ຜູ້ລະເມີດ ບໍ່ຕໍ່ໃບອະນຸຍາດ 248 ແຫ່ງ ທີ່ເອົາໃບອະນຸຍາດຂອງຕົນໃຫ້ບຸກຄົນອື່ນດຳເນີນກິດຈະການ, ສ່ວນອີກ 296 ແຫ່ງ ເປັນຄຣິນິກ ຂອງທ່ານໝໍລາວ ກໍາລັງຍື່ນຄໍາຮ້ອງຂໍເປິດດໍາເນີນກິດຈະການ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ