ໂບອິ້ງ ຈະຢຸດການຜະລິດເຮືອບິນ 737 ແມັກ

ບໍລິສັດ ໂບອິ້ງ ໂຄ ອອກຖະແຫລງການຢືນຢັນວ່າ: ບໍລິສັດຈະຢຸດການຜະລິດເຮືອບິນ ລຸ້ນ 737 ແມັກ ຊົ່ວຄາວ ໂດຍຈະເລີ່ມແຕ່ເດືອນມັງກອນ 2020 ເນື່ອງຈາກຄວາມກັງວົນດ້ານຄວາມປອດໄພ ຫລັງຈາກເກີດເຫດການເຮືອບິນລຸ້ນ 737 ແມັກຂອງໂບອິ້ງຕົກ 2 ຄັ້ງ ແລະ ສົ່ງຜົນໃຫ້ມີຜູ້ເສຍຊີວິດຈຳນວນຫລາຍ.
ໂບອິ້ງ ອອກຖະແຫລງການໃນວັນທີ 16 ທັນວາຕາມເວລາຢູ່ອາເມລິກາວ່າ: ປັດຈຸບັນ ໂບອິ້ງມີເຮືອບິນລຸ້ນ 737 ແມັກ ຄ້າງສາງຈຳນວນ 400 ລຳ ເນື່ອງຈາກໜ່ວຍງານເບິ່ງແຍງດ້ານການບິນໄດ້ສັ່ງຢຸດການຂຶ້ນບິນຂອງເຮືອບິນລຸ້ນດັ່ງກ່າວ. ດ້ວຍເຫດນີ້ ໂບອິ້ງຈຶ່ງຕັດສິນໃຈນຳເອົາເຮືອບິນທີ່ເຫລືອຢູ່ໃນສາງອອກມາທະຍອຍສົ່ງມອບໃຫ້ລູກຄ້າ ແລະ ຈະຢຸດການຜະລິດເຮືອບິນ 737 ແມັກຊົ່ວຄາວ ໂດຍຈະເລີ່ມແຕ່ເດືອນໜ້າເປັນຕົ້ນໄປ.
ທັງນີ້ ໂບອິ້ງ ລະບຸວ່າ: ການຕັດສິນໃຈຢຸດການຜະລິດເຮືອບິນ 737 ແມັກ ສ່ວນໜຶ່ງເປັນຜົນມາຈາກຄວາມບໍ່ແນ່ນອນຂອງໄລຍະເວລາ ແລະ ເງື່ອນໄຂໃນການເອົາເຮືອບິນລຸ້ນດັ່ງກ່າວກັບມາໃຫ້ບໍລິການອີກ.
ໃນວັນທີ 10 ມີນາປີນີ້ ເຮືອບິນໂບອິ້ງ 737 ແມັກ 8 ຂອງສາຍການບິນເອທິໂອປີແອລາຍ ປະສົບອຸປະຕິເຫດຕົກຫລັງຈາກຂຶ້ນບິນໄດ້ພຽງ 6 ນາທີ ເຊິ່ງເຮັດໃຫ້ຜູ້ໂດຍສານ 157 ຄົນໃນເຮືອບິນເສຍຊີວິດທັງໝົດ ໂດຍເຫດການດັ່ງກ່າວເກີດຂຶ້ນພຽງຫ້າເດືອນ ຫລັງຈາກເຮືອບິນລຸ້ນດຽວກັນຂອງສາຍການບິນໄລອອນແອ ຕົກໃນເດືອນຕຸລາປີຜ່ານມາ ແລະ ຂ້າຊີວິດຜູ້ໂດຍສານທັງໝົດ 189 ຄົນ.

