ໂຈນປຸ້ນລົດໃຫຍ່ຕົວອັນຕະລາຍຖືກຈັບຕົວມາດໍາເນີນຄະດີແລ້ວ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ໄດ້ນໍາຕົວທ້າວ ວ່າປາວ ອາຍຸ 36 ປີຢູ່ບ້ານໂພນສະຫວັນເໜືອ, ເມືອງແປກແຂວງຊຽງຂວາງ ມາເຮັດແຜນຄະດີ ເພື່ອສົ່ງໄອຍະການສັ່ງຟ້ອງສານຕັດສີນລົງໂທດຕາມລະບຽບກົດໝາຍ, ພາຍຫລັງຜູ້ກ່ຽວໃຊ້ອາວຸດສົງຄາມ (ລະເບີດ) ປຸ້ນເອົາລົດໃຫຍ່ຂອງພົນລະເມືອງສອງຄັ້ງໃນໄລຍະທ້າຍເດືອນພະຈິກຜ່ານມານີ້, ແຕ່ຖືກເຈົ້າໜ້າທີ່ໄລ່ຕິດຕາມຈັບຕົວມາດໍາເນີນໄດ້ແລ້ວ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບລາຍງານຈາກພົນລະເມືອງວ່າເວລາປະມານ 9:00 ໂມງຂອງວັນທີ 28 ພະຈິກ ໄດ້ມີຄົນຮ້າຍນຳໃຊ້ອາວຸດສົງຄາມ (ລະເບີດ) ນາບຂູ່ເອົາລົດຕູ້ສະຕາແລັກຂອງພົນລະເມືອງແລ້ວຂັບຂີ່ຫລົບໜີໄປຕາມເສັ້ນທາງເລກ 7A ໄປເມືອງຄຳ, ຈາກນັ້ນຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມຍອດງື່ມ, ເມືອງແປກ ໃຫ້ຕິດຕາມ ແລະ ຕັ້ງຈຸດສະກັດຕາມເສັ້ນທາງຕ່າງໆ ແລະ ພົບເຫັນລົດເປົ້າໝາຍແລ່ນມາດ້ວຍຄວາມໄວ ແລະ ຜ່ານດ່ານກວດກາ, ເຈົ້າໜ້າທີ່ຈຶ່ງໄດ້ໃຊ້ປືນຍິງຕີນລົດເພື່ອ ສະກັດໃຫ້ຈອດ, ຈາກນັ້ນທ້າວ ວ່າປາວ ຈຶ່ງໄດ້ແລ່ນໜີເຂົ້າປ່າເຂດບ້ານຍອດງື່ມ. ແລ້ວກໍສືບຕໍ່ໄປປຸ້ນເອົາລົດກະບະຮຸນໄດຂອງປະຊາຊົນຫລົບໜີໄປອີກ, ພໍໄປຮອດບ້ານຜັກແຄະໃຕ້ ເມືອງໜອງແຮດ, ເຈົ້າໜ້າທີ່ໄດ້ລັດຍິງສະກັດລົດໃຫ້ຢຸດ ແລະ ຈັບຕົວ, ພ້ອມລະເບີດດັ່ງກ່າວມາດໍາເນີນຄະດີຕາມລະບຽບກົດໝາຍ.

