ປະທານປະເທດເນັ້ນໃຫ້ກະຊວງຕ່າງປະເທດສືບຕໍ່ຜັນຂະຫຍາຍວຽກງານນະໂຍບາຍການທູດບຸກທະລຸເພື່ອການພັດທະນາທີ່ມີປະສິດທິຜົນ

    ໃນໂອກາດໃຫ້ກຽດເຂົ້າຮ່ວມແລະໂອ້ລົມກອງປະຊຸມວຽກ​ງານ​ການ​ຕ່າງປະ​ເທດຄັ້ງ​ທີ 14 ທີ່ໄດ້ຈັດຂຶ້ນໃນວັນທີ 5-13 ທັນວານີ້, ພາຍ​ໃຕ້​ຄຳຂວັນ:“ການ​ທູດ​ປ້ອງ​ກັນ​ປະ​ເທດ ​ແລະ ບຸກທະລຸ ​ເພື່ອ​ປົກປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ເພື່ອເພີ່ມປະສິດທິພາບ​ການຈັດ​ຕັ້ງປະຕິບັດຜົນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ໃຫ້​ປະກົດ​ຜົນ​ເປັນ​ຮູບ​ປະ​ທຳ”.

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ​ແຫ່ງ ສປປ ລາວໄດ້​ເນັ້ນ​ໃຫ້​ກະຊວງ​ການ​ຕ່າງປະ​ເທດເອົາໃຈໃສ່ສືບຕໍ່ເພີ່ມທະວີ​ການປະຕິບັດຍຸດທະສາດເພີ່ມມິດຫລຸດຜ່ອນສັດຕູ, ​ໂດຍມີ​ການ​ພົວພັນຮ່ວມມືລະຫວ່າງ​ບັນດາບັນດາ​ທູດ​ປະ​ເທ​ດ​ເພື່ອນ​ມິດ​ໃຫ້ມີ​ຄວາມ​ສະໜິດ​ແໜ້ນ​ກົມກຽວ​ກັນ ​ແລະຍາດແຍ່ງເອົາການຊ່ວຍເຫຼືອສະໜັບສະໜູນຈາກຕ່າງປະເທດ, ພ້ອມທັງເພີ່ມທະວີຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຕ່າງໆທີ່ໄດ້ເຊັນກັບບັນດາປະເທດໃຫ້ມີໝາກຜົນ, ເສີມຂະຫຍາຍວຽກງານການຕ່າງປະເທດໃຫ້ກວ້າງຂວາງ,ສືບຕໍ່ປະຕິບັດແນວທາງເປັນເອກະລາດ, ສັນຕິພາບ, ປະຊາ​ຕິ​ປະ​ໄຕຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ, ເພີ່ມທະວີການພົວພັນຮ່ວມມືກັບປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ໂດຍສະເພາະ ສສ.ຫວຽດນາມ ​ແລະ ເສີມຂະຫຍາຍຍຸດທະສາດ ການ​ຮ່ວມ​ມື​ໃຫ້ໝັ້ນຄົງຍາວນາມລາວ-ຈີນຕາມທິດ 4ດີ ໃຫ້ເກີດດອກອອກຜົນໃນແຕ່ລະດ້ານ, ເພີ່ມທະວີເຄື່ອນໄຫວໃນອາຊຽນ ແລະ ຍົກ​ລະດັບການຮ່ວມມືກັບບັນດາປະເທດເພື່ອນມິດ ​ເປັນ​ຕົ້ນ​ແມ່ນ​ທາງ​ດ້ານ​ການ​​ເມືອງ, ​ເສດຖະກິດ​-ສັງຄົມບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ,ພ້ອມທັງສູ້ຊົນແກ້ໄຂບັນຫາຊາຍແດນບັນດາປະເທດໃກ້ຄຽງ ດ້ວຍສັນຕິວິທີ, ນອກນີ້ ຕ້ອງສືບ​ຕໍ່ວຽກງານປັກຫລັກໝາຍໃຫ້ສຳເລັດ ​ແລະ ສ້າງຊາຍແດນແຫ່ງມິດຕະພາບ ​ແລະ ການ​ຮ່ວມ​ມື.

ພ້ອມກັນນີ້, ທ່ານປະທານປະເທດໄດ້ຮຽກຮ້ອງ​ໃຫ້ທຸກຂະແໜງການຕ້ອງໃຫ້ການຮ່ວມມືຢ່າງເອົາຈິງເອົາຈັງກັບກະຊວງການຕ່າງປະເທດ ເພື່ອຍາດແຍ່ງທຶນການຊ່ວຍເຫຼືອຈາກ​ຕ່າງປະ​ເທດ, ພົບປະຮ່ວມມືກັບບັນດາປະເທດ ເພີ່ມທະວີວຽກງານຄຸ້ມຄອງວຽກງານການຕ່າງປະເທດໃຫ້ຖືກຕ້ອງ, ໂດຍສະເພາະວຽກງານຜ່ານປະຕູດຽວ ເພື່ອເຮັດໃຫ້ວຽການການຕ່າງປະເທດມີຄວາມຖືກຕ້ອງ, ເອົາໃຈໃສ່ວຽກງານພົວພັນກັບຕ່າງປະເທດຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ກວ້າງຂວາງ, ເອົາໃຈໃສ່ພິເສດໃນການຄຸ້ມຄອງບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານທີ່ຈັດຕັ້ງປະຕິບັດຢູ່ບັນດາທ້ອງຖິ່ນ ເພື່ອຫລີກເວັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນສັງຄົມ, ພ້ອມທັງເອົາໃຈໃສ່ໂຄສະນາເຜີຍແຜ່ວຽກງານການຕ່າງປະເທດໃຫ້ໄປໃນລ່ວງດຽວກັນ ເພື່ອຕ້ານການໂຄສະນາເຜີຍແຜ່ຂ່າວປອມຈາກກຸ່ມ​ຄົນ​ທີ່​ບໍ່ຫວັງ​ດີ ສ້າງ​ຄວາມ​ປັ່ນ​ປ່ວນຕໍ່ສັງຄົມທີ່ມີຜົນກະທົບຕໍ່ການຈັດຕັ້ງຂອງພັກ-ລັດຖະບານເຮົາ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ