ມີລຸງວັນນັ້ນ ຈຶ່ງມີຫລານໃນວັນນີ້

(ລະນຶກວັນຄ້າຍວັນເກີດປະທານໄກສອນ ພົມວິຫານ)

      ໂດຍ: ຄຳພຸດ ເທບພະນົມ

ແມ່ນວ່າຫລານເກີດຫລ້າ  ຊາຕາຕໍ່ລຸນຫລັງ 
ພຽງໄດ້ຟັງຄຳສອນ       ສັ່ງລຸງກໍເຫັນຮູ້
ຍິນຊື່ສຽງສະເໜີໄວ້       ໃນໃຈກໍຊ້ອຍຊື່ນ
ເຫັນຮູບຮອຍພາບພ້ອມ   ໃຈນ້ອມລະນຶກຄຸນ
ແມ່ນວ່າທີ 13 ມີໝື່ນຄັ້ງ  ຍັງຈື່ຈຳສະໜິດ
ຕິດໜຶ່ງວັນໃນໃຈນຶກ     ແນບມະໂນບໍ່ລືມໄດ້
ຕິດໜຶ່ງວັນໃນໃຈນຶກ     ແນບມະໂນບໍ່ລືມໄດ້
ຫລາຍໝື່ນວັນພັນມື້      ບໍ່ຄືວັນອັນປະເສີດ
ຄຸນຄ່າຫລາຍເລີດລໍ້າ      ມີວັນລຸງເກີດມື້ນັ້ນ
                      ຫລານນີ້ຈຶ່ງຄ່ອຍມີ
ລຸງໄກສອນສົມຊື່ຊັ້ນ      ສະກຸນຊາດວີລະຊົນ
ຄົນຢູ່ໃນໂລກາ          ຊ່າເຊັງໄກກ້ອງ
ເປັນບຸກຄົນຄວາມກ້າ    ວິຊາການເກີນສະຫລາດ
ຊາດລາວເຫລືອລອດມົ້ມ  ມານມ້າງຫາກແມ່ນລຸງ ແທ້ໄດ໋
ສູງເອີຍສູງແຜ່ນຟ້າ      ນະພາທ່ອງທຽວເຖິງ
ແສນເລິກລົງທະເລຫລວງ  ຢັ່ງໄປກໍເຖິງພື້ນ
ບຸນຄຸນລຸງໄກສອນສ້າງ    ສັງຊິທານທຽມເທົ່າ
ໃຜຊິຊາຊັ່ງໄດ້           ຄືໝາກໄມ້ຊັ່ງກິໂລ
ຄິດເບິ່ງຄຳເພິ່ນເວົ້າ      ຢ່າເອົາຊາດຍໍຍົກ
ຕໍ່ບຸກຄົນມີຄວາມປຶກ     ຊາດຊິມົວໝອງໄໝ້
ຢ່າໄດ້ເອົາເມືອງບ້ານ      ໃຫ້ຄົນພານຄອງຄອບ
ຊິເປັນຄົນໂກງກອບກູ້     ໂກຍກ້ຽງບໍ່ທ່ຽງທຳ
ຊາວໜຸ່ມເຕີມຕື່ນຢໍ້າ     ກຳລັງໜຶ່ງໃນປະຊາ
ເໝືອນພະຍາອິນຊີ       ປີກແຂງຂະໜົງແໜ້ນ
ເປັນດັ່ງແຂນຂວາຂ້າງ     ກຳລັງກາຍຮຶດເຮັ່ງ
ເປັນສິນໄຊເກັ່ງກ້າ        ນຳພາໄດ້ທຸກສະໄໝ
ຫລາຍປາງປີທີ່ສັ່ງໄວ້     ຄືຍັງໃໝ່ມາສະເໝີ
ຍິ່ງນານໄປຄຳຄົມ        ຍິ່ງບົ່ມຄຳສອນຊີ້
ຂໍຄວາມດີລຸງສ້າງ        ເປັນທາງທຽວຕາມໄຕ່
ໃຫ້ຊາດລາວຮຸ່ງເຮື້ອງ     ເຮືອງກ້າວແຈ່ມຈະເລີນ 
  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ