ສາທາ ນະຄອນຫຼວງເຕືອນປະຊາຊົນເອົາໃຈໃສ່ຮັກສາສຸຂະພາບໃນໄລຍະອາກາດໜາວເຢັນ

        ພະແນກສາທານະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນຢູ່ປະເທດເຮົາມີອາກາດໜາວເຢັນ, ເຊິ່ງອາດເຮັດໃຫ້ເກີດພະຍາດຕ່າງໆໄດ້ງ່າຍເຊັ່ນ: ພະຍາດລະບົບທາງເດີນຫາຍໃຈ, ໄຂ້ຫວັດ, ປອດອັກເສບ ແລະ ອື່ນໆ. ສະນັ້ນ ຈຶ່ງໄດ້ເຕືອນໃຫ້ປະຊາຊົນເອົາໃຈໃສ່ຮັກສາສຸຂະພາບ, ແລະ ເບິ່ງແຍງດູແລລູກຫຼານຂອງຕົນໃຫ້ດີ ໂດຍການນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ ແລະ ເມື່ອມີອາການຜິດປົກກະຕິ ຄວນໄປພົບແພດໝໍຢ່າງຮີບດ່ວນ ເພື່ອຮັບການຮັກສາໃຫ້ຖືກວິທີ ແລະ ມີຄຸນນະພາບ.

        ພະແນກສາທານະຄອນຫຼວງໃຫ້ຮູ້ວ່າ:  ໃນໄລຍະນີ້ໄດ້ມີຄົນເຈັບອັກເສບລະບົບຫາຍໃຈ ທີ່ເກີດຈາກອາກາດໜາວເຢັນ. ສ່ວນຫຼາຍຈະເກີດກັບເດັກນ້ອຍ, ເດັກຈະມີອາການໄຂ້, ໄອ, ມີນໍ້າມູກ, ໂດຍຈະໄອທັງກາງເວັນ ແລະ ກາງຄືນ. ສະນັ້ນ, ຜູ້ປົກຄອງຄວນໝັ່ນຕິດຕາມອາການຂອງລູກຫຼານຖ້າມີອາການໄອຫລາຍ ຫລື ໄອຕິດຕໍ່ກັນເປັນເວລາດົນ ຕ້ອງພາໄປພົບແພດເພື່ອຮັບການຮັກສາຢ່າງເໝາະສົມ ແລະ ຖືກວິທີ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ