ລັດຈະສຸມໃສ່ພັດທະນາກໍາລັງແຮງງານໃຫ້ມີຄຸນນະພາບ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ລັດຖະບານຈະສຸມໃສ່ການພັດທະນາກໍາລັງແຮງງານໃຫ້ມີຄຸນນະພາບ, ດຸໝັ່ນ ແລະ ອົດທົນເພື່ອຮອງຮັບການຫັນເປັນອຸດສາຫະກໍາທັນສະໄໝຂອງປະເທດໃນຕໍ່ໜ້າ, ໂດຍຈະເນັ້ນການສົ່ງເສີມໃຫ້ສະຖານທີ່ພັດທະນາສີມືແຮງງານນັບທັງພາກລັດ ແລະ ເອກະຊົນມີສ່ວນຮ່ວມໃນການພັດທະນາສີມືແຮງງານໃຫ້ຜູ້ທີ່ຕ້ອງການຝຶກ ແລະ ພ້ອມທີ່ຈະອອກແຮງງານຈຳນວນ 180 ພັນກວ່າຄົນ.
ໂດຍມອບໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມ ເປັນເຈົ້າການຝຶກ ແລະ ສົມທົບກັບຫົວໜ່ວຍແຮງງານຕ່າງໆໃນການພັດທະນາສີມືແຮງງານໃຫ້ດີ, ສືບຕໍ່ສ້າງ ແລະ ປັບປຸງລະບົບການຈັດຫາງານໃຫ້ມີຄວາມເຂັ້ມແຂງ, ປັບປຸງສູນບໍລິການຈັດຫາງານ ແລະຂະຫຍາຍຈຸດບໍລິການຈັດຫາງານໃຫ້ມີຢູ່ທຸກແຂວງໃນທົ່ວປະເທດ, ພ້ອມທັງໃຫ້ການບໍລິການຈັດຫາວຽກເຮັດງານທຳຕາມຄວາມຕ້ອງການຂອງຂະແໜງການເສດຖະກິດ ແລະ ຕະຫລາດແຮງງານ, ໄປຄຽງຄູ່ກັນນັ້ນກໍສືບຕໍ່ສ້າງ ແລະພັດທະນາຖານຂໍ້ມູນຂ່າວສານຕະຫລາດແຮງງານໃຫ້ມີຄວາມເຂັ້ມແຂງ ແລະ ເປັນລະບົບ ເພື່ອສະໜອງຂໍ້ມູນກ່ຽວກັບແຮງງານໃຫ້ສົມສ່ວນກັບຄວາມຕ້ອງການຂອງຂະແໜງການເສດຖະກິດ, ການດັດສົມການສະໜອງ ແລະຄວາມຕ້ອງການໃນການພັດທະນາສີມືແຮງງານ ແລະ ການຈັດຫາວຽກເຮັດງານທຳຕາມຄວາມຕ້ອງການຂອງຕະຫລາດແຮງງານໃຫ້ມີຄວາມຄ່ອງຕົວກວ່າເກົ່າ, ນອກນີ້, ກໍສືບຕໍ່ໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາການປະຕິບັດລະບຽບກົດໝາຍກ່ຽວຂ້ອງກັບແຮງງານຢູ່ຫົວໜ່ວຍແຮງງານຕ່າງໆໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ແກ້ໄຂຂໍ້ຂັດແຍ່ງແຮງງານ, ສືບຕໍ່ຂຶ້ນທະບຽນຫົວໜ່ວຍແຮງງານທີ່ຜູ້ອອກແຮງງານ 100 ຄົນຂຶ້ນໄປໃຫ້ສໍາເລັດ, ເພື່ອແນໃສ່ສ້າງຄວາມປອດໄພດ້ານສຸຂະພາບ ແລະ ຍົກລະດັບຊີວິດການເປັນຢູ່ຂອງແຮງງານລາວນັບມື້ດີຂຶ້ນ.

