ແຟນບານຄຣູໄຊໂຣ່ ກໍ່ຈະລາຈົນ ຫລັງທີມຕົກຊັ້ນໃນຮອບ 98 ປີ

ມີເຫດວຸ້ນວາຍເກີດຂຶ້ນ ໃນລີກເບຣຊິນ ແຟນບານຄຣູໄຊໂຣ່ ກໍ່ເຫດຈະລາຈົນ ຫລັງທີມຮັກຕົກຊັ້ນຄັ້ງທຳອິດໃນຮອບ 98 ປີ.
ນັດສຸດທ້າຍຂອງລີກເບຣຊິນ ເຊິ່ງ ຄຣູໄຊໂຣ່ ຕ້ອງການໄຊຊະນະຢ່າງດຽວເທົ່ານັ້ນ ເພື່ອການຢູ່ລອດໃນລີກສູງສຸດ ແຕ່ປາກົດວ່າ ທີມແຊ້ມເກົ່າ 4 ສະໄໝ ພັດເຮັດບໍ່ສຳເລັດ ເປີດບ້ານເສຍໃຫ້ ພັລໄມຣັສ 0-2 ບໍ່ຊະນະທີມໃດ 9 ເກມຕິດ ພ້ອມກັບຕົກຊັ້ນເປັນຄັ້ງທຳອິດໃນຮອບ 98 ປີ ຫລື ນັບແຕ່ປີ 1921, ແຕ່ຮ້າຍແຮງກວ່າຜົນການແຂ່ງຂັນ ມີແຟນບານບາງສ່ວນຂອງຄຣູໄຊໂຣ່ ບໍ່ພໍໃຈ ງັດຕັ່ງບ່ອນນັ່ງ ແລະ ດຶກເຄື່ອງລົງໄປໃນສະໜາມ ກາຍເປັນເຫດຈະລາຈົນລຸກລາມ ມີສຽງປືນດັງຂຶ້ນ ກ່ອນເຈົ້າໜ້າທີ່ຕຳຫລວດຈະເຂົ້າລະງັບເຫດດ້ວຍແກັສນ້ຳຕາ.
ບໍ່ພຽງແຕ່ຢູ່ໃນສະໜາມ ແຟນບານຫົວຮຸນແຮງຍັງກໍ່ເຫດໃຊ້ອາວຸດປະທະກັບເຈົ້າໜ້າທີ່ຕຳຫລວດຢູ່ບໍລິເວນໜ້າສະໜາມນຳອີກ ເຮັດໃຫ້ແຟນບານທີ່ບໍ່ມີສ່ວນກ່ຽວຂ້ອງກັບການກໍ່ເຫດຕ້ອງແລ່ນໜີຕາຍກັນວຸ້ນວາຍ, ເບື້ອງຕົ້ນມີລາຍງານວ່າ: ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 12 ຄົນ.

