ທລຍ ດໍາເນີນ 284 ໂຄງການ ແກ້​ໄຂ​ຄວາມທຸກຍາກຢູ່ເຊກອງ

           ໃນໄລຍະຜ່ານມາກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການ​ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ ໂດຍສະເພາະປະຊາຊົນທີ່ຢູ່ເຂຊົນນະບົດຫ່າງໄກສອກຫຼີກ, ສໍາລັບແຂວງເຊກອງແມ່ນໄດ້ຈັດຕັ້ງປະຕິບັດ 284 ໂຄງການ​ໃນມູນຄ່າ 61 ຕື້ກວ່າກີບ ແລະທຶນຊຸມຊົນສົມທົບອີກຈໍານວນໜຶ່ງໃນນັ້ນໄດ້ສຸມໃສ່ຂະແໜງສຶກສາ, ສາທາລະນະສຸກ, ກະສິກໍາ, ໂຍທາທິການ ແລະຂົນສົ່ງ.

          ໃນອາທິດຜ່ານມາ ຫ້ອງການປະສານງານ ທລຍ ປະຈໍາແຂວງເຊກອງໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍຈຸດສຸມພັດທະນາທີ່ເປັນບູລິມະສິດ, ຮ່າງແຜນພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກໄລຍະ 2020-2030 ຂຶ້ນ ທີ່ພະແນກກະສິກໍາ ແລະປ່າໄມ້ແຂວງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ພ້ອມ ເຈົ້າເມືອງ ​ແລະ ຫົວໜ້າພະແນກການ​ກ່ຽວຂ້ອງ​ຕ່າງໆ.

       ຫົວໜ້າຫ້ອງການປະສານງານກອງທຶນຫຼຸດຜ່ອນຄວາມທຸກຍາກປະຈໍາແຂວງເຊກອງໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດກອງທຶນຫຼຸດຜ່ອນຄວາມທຸກຍາກໄລຍະທີ 1 ຫາໄລຍະທີ 3 ຢູ່​ແຂວງ​ເຊ​ກອງແມ່ນຈັດຕັ້ງປະຕິບັດມາແຕ່ປີ 2010-2019 ມີທັງໝົດ 284 ໂຄງການລວມມີມູນຄ່າ 61 ຕື້ກວ່າກີບ, ທຶນຊຸມຊົນສົມທົບ 6,6 ຕື້ກວ່າກີບ, ໄດ້ຈັດສັນເຂົ້າໃສ່ການສ້າງພື້ນຖານໂຄງລ່າງທີ່ຈໍາເປັນເພື່ອສົ່ງເສີມໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກທີ່ທຸກຍາກໄດ້ເຂົ້າເຖິງການບໍລິການຂັ້ນພື້ນຖານ​ເຊັ່ນ: ຂະແໜງສຶກສາທິການ ແລະກິລາ​ມີ 118 ໂຄງການ ຂະແໜງສາທາລະນະສຸກ 112 ໂຄງການ, ຂະແໜງກະສິກໍາ ແລະ ປ່າໄມ້ມີ 29 ໂຄງການ ຂະແໜງໂຍທາທິການ ແລະ ຂົນສົ່ງມີ 25 ໂຄງການ.

          ສໍາລັບທິດທາງແຜນການປີ 2020, ແຂວງເຊກອງໄດ້ປະກອບເອກະສານບົດສະເໜີໂຄງການຍ່ອຍ (ບ້ວງທຶນລັດຖະບານ) ມີທັງໝົດ 19 ໂຄງການຕົກ​ເປັນມູນຄ່າ 3,2 ຕື້ກີບ, ໂດຍຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 3 ເມືອງຄື: ເມືອງລະມາມ 4 ໂຄງການ, ເມືອງກະລຶມ 7 ໂຄງການ ແລະເມືອງດາກຈຶງມີ 8 ໂຄງການ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ