ສາວນ້ອຍນັກເຄື່ອນໄຫວຕໍ່ຕ້ານໂລກຮ້ອນ

ລູກເມືອງພວນ

ມື້ວັນທີ 3 ທັນວາ ສາວນ້ອຍ ນັກກິດຈະກຳດ້ານການປ່ຽນແປງດິນຟ້າອາກາດ ຊາວສະວິເດັນ ໄວ 16 ປີ ໄດ້ເດີນເຮືອໃບຂ້າມມະຫາສະມຸດອັກແລນຕິກຈາກສະຫະລັດ ມາເຖິງ ປໍຕູເກດ ເພື່ອເຂົ້າຮ່ວມການປະຊຸມຄອບທີ 15 ທີ່ປະເທດສະເປນ.

Greta Thunberg ສາວນ້ອຍນັກກິດຈະກຳດ້ານການປ່ຽນແປງດິນຟ້າອາກາດຊາວ ສະວິເດັນ ໄວ 16 ປີ ໄດ້ເດີນເຮືອໃບເຂົ້າທຽບທ່າໃນກູງ ລິບສບອນ ປະເທດ ປໍຕູເກດ ໃນວັນທີ 3 ທັນວາ ຫຼັງໃຊ້ເວລາ 20 ວັນເດີນທາງຂ້າມມະຫາສະໝຸດ ອັກແລນຕິກຈາກ ນິວຢອກ ສະຫະລັດອາເມລິກາ ຊຶ່ງເປັນໄປຕາມຈຸດຢືນໃນການປະຕິເສດທີ່ຈະເດີນທາງດ້ວຍເຮືອບິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດສະຫະພາບດິນຟ້າອາກາດ ຄອບທເວັນຕີໄຟ້ ຊຶ່ງຈັດຂຶ້ນທີ່ກຸງ ມາດຣິດ ປະເທດສະເປນ ຫຼັງຈາກທຽບທ່າແລ້ວ Greta Thunberg ກໍໄດ້ໃຊ້ເວລາທັງວັນໃນການພົບປະກັບນັກກິດຈະກຳດ້ານສະພາບອາກາດຂອງ ປໍຕູເກດ ແລະ ພັກຜ່ອນກ່ອນອອກເດີນທາງໄປ ກຸງມາດຣິດ  ຄາດວ່າເຂົາຈະເຂົ້າຮ່ວມການເດີນຂະບວນຕໍ່ຕ້ານໂລກຮ້ອນໃນ ມາດຣິດ ໃນວັນສຸກທີ່ຈະມາເຖິງອີກດ້ວຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ