ປີ້ VIP ພິທີເປີດຊີເກມ 2019 ລາຄາແພງຈົນຂາຍບໍ່ໄດ້

ປີ້ VIP ໃນພິທີເປີດການ ແຂ່ງຂັນກິລາຊີເກມ 2019 ມີ ລາຄາແພງຈົນເຮັດໃຫ້ຍັງບໍ່ມີ ແຟນກິລາເຂົ້າໄປຊື້ຜ່ານເວັບ ໄຊພຽງແຕ່ຄົນດຽວ.
ພິທີເປີດກິລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ຈະມີ ຂຶ້ນຢ່າງເປັນທາງການໃນວັນ ທີ 30 ພະຈິກນີ້ ທີ່ສະໜາມຟີ ລິບປິນ ອາຣີນ່າ ເຊິ່ງບັນຈຸໄດ້ 55.000 ບ່ອນນັ່ງ ແຕ່ມາ ຮອດດຽວນີ້ ປີ້ VIP ທີ່ເປີດ ໃຫ້ແຟນກິລາຈອງຜ່ານເວັບ ໄຊ ເອສເອັມທິກເກັດ ລວມ ທັງເວັບໄຊອື່ນໆ ຍັງຂາຍບໍ່ໄດ້ ພຽງແຕ່ໃບດຽວ ເນື່ອງຈາກ ມີລາຄາແພງເຖິງ 12.000 ເປໂຊຕໍ່ບ່ອນນັ່ງ.
ສ່ວນປີ້ໃນບ່ອນອື່ນທີ່ມີ ລາຄາແຕ່ 1.000 ເປໂຊ, 1.500 ເປໂຊ ແລະ 4.000 ເປໂຊ ກໍຍັງບໍ່ໄດ້ຮັບຄວາມນິ ຍົມຈາກແຟນກິລາຊາວຟີລິບ ປິນເທົ່າທີ່ຄວນ.
ໂດຍມີລາຍງານວ່າ: ສາ ເຫດທີ່ເຮັດໃຫ້ປີ້ພິທີເປີດການ ແຂ່ງຂັນຊີເກມ 2019 ບໍ່ຄ່ອຍ ໄດ້ຮັບຄວາມນິຍົມ ນອກຈາກ ສະພາບເສດຖະກິດຂອງຟີລິບ ປິນຈະບໍ່ຄ່ອຍດີແລ້ວ ກາຍ ເຜີຍແຜ່ພາບສະໜາມຊ້ອມ ແລະ ສະໜາມແຂ່ງຂັນຫຼາຍ ແຫ່ງທີ່ຍັງສ້າງບໍ່ສຳເລັດ ລວມທັງການຖືກຮ້ອງຮຽນ ເລື່ອງການເດີນທາງ ແລະ ການບໍລິຫານຈັດການທີ່ບໍ່ ຄ່ອຍພ້ອມຂອງເຈົ້າພາບ ເປັນ ອີກສາເຫດໜຶ່ງທີ່ເຮັດໃຫ້ແຟນ ກິລາຊາວຟີລິບປິນ ແລະ ອາ ຊຽນບໍ່ຄ່ອຍໃຫ້ຄວາມສົນໃຈ ຕໍ່ການແຂ່ງຂັນເທົ່າທີ່ຄວນ. ນອກຈາກນີ້ ໃນໂລກອອນ ລາຍເວລານີ້ ແຟນກິລາໃນ ອາຊຽນຍັງພ້ອມພຽງກັນຕິດ ແຮດແທັກ #seagamefail ເພື່ອສະແດງເຖິງຄວາມບໍ່ ພ້ອມຂອງ “ເຈົ້າພາບ” ນຳ ອີກ.
ນອກຈາກນີ້ ຟີລິບປິນ ເຈົ້າພາບຈັດການແຂ່ງຂັນກິ ລາຊີເກມ ຄັ້ງທີ 30 ປະກາດ ຂໍໂທດ ຫລັງທັບນັກກິລາ ຈາກປະເທດສະມາຊິກທີ່ເດີນ ທາງມາເຖິງນະຄອນຫລວງ ມະນິລາຖືກປ່ອຍຖິ້ມຢູ່ສະ ໜາມບິນຫລາຍຊົ່ວໂມງ, ບາງຄົນຖືກນຳໄປສົ່ງຜິດ ໂຮງແຮມ ຫລື ເຖິງໂຮງແຮມ ຊັກຊ້າຈົນຕ້ອງເລື່ອນຕາຕະ ລາງຝຶກຊ້ອມ.
ຟີລິບປິນ ເປັນເຈົ້າພາບ ຊີເກມເປັນຄັ້ງທຳອິດນັບແຕ່ປີ 2005 ເປັນຕົ້ນມາ, ຄາດ ໝາຍວ່າຈະມີນັກກິລາ, ສື່ ມວນຊົນ ແລະ ບຸກຄົນສຳຄັນ ຫລາຍພັນຄົນເຂົ້າຮ່ວມການ ແຂ່ງຂັນຄັ້ງນີ້ ເຊິ່ງຈະຈັດຂຶ້ນ 2 ອາທິດ.

